• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຄາດວ່າຈະໄຂຂຶ້ນໃນວັນທີ 20 ຕຸລາ 2022

ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ຕັດສິນຫຼາຍບັນຫາ, ໃນນັ້ນມີແຜນນະໂຍບາຍຫັນຈຸດປະສົງນຳໃຊ້ປ່າ, ດິນປ່າ ແລະ ດິນປູກເຂົ້າເປັນ 2 ລະດູຂຶ້ນໄປຂອງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025.

ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ຕັດສິນຫຼາຍບັນຫາ, ໃນນັ້ນມີແຜນນະໂຍບາຍຫັນຈຸດປະສົງນຳໃຊ້ປ່າ, ດິນປ່າ ແລະ ດິນປູກເຂົ້າເປັນ 2 ລະດູຂຶ້ນໄປຂອງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025.

    

ກອງປະຊຸມຄັ້ງທີ 13 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ວັນທີ 12 ກໍລະກົດ, ກອງປະຊຸມຄັ້ງທີ 13 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດລົງພາຍຫຼັງເຮັດວຽກເປັນເວລາ 1 ມື້ເຄິ່ງ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນບັນດາເນື້ອໃນທີ່ໄດ້ພິຈາລະນາຢ່າງລະອຽດ, ບັນລຸໄດ້ຄວາມເຫັນດີ ເຫັນພ້ອມສູງ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ຕັດສິນຫຼາຍບັນຫາ, ໃນນັ້ນມີແຜນນະໂຍບາຍຫັນຈຸດປະສົງນຳໃຊ້ປ່າ, ດິນປ່າ ແລະ ດິນປູກເຂົ້າເປັນ 2 ລະດູຂຶ້ນໄປຂອງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025; ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 3 ແລະປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ; ປະກອບຄຳເຫັນໃສ່ບົດລາຍງານໝາກຜົນຂອງການສຳຫຼວດຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງ ສາຍພູຫຼວງເບື້ອງຕາເວັນອອກ.

        ທ່ານ ບຸ່ຍວັນເກື່ອງ, ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຊຸດທີ XV ຈະໄຂຂຶ້ນໃນວັນທີ 20 ຕຸລາ ແລະ ຄາດວ່າ ຈະອັດລົງໃນວັນທີ 18 ພະຈິກ 2022. ຄາດຄະເນວ່າ, ທີ່ກອງປະຊຸມຄັ້ງນີ້, ຈະໄດ້ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ໃຫ້ຄຳເຫັນເປັນຄັ້ງທຳອິດໃສ່ຮ່າງກົດໝາຍ 6 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍທີ່ດິນ.

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top