• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະບູລະນະບັນດາຕຳແໜ່ງໃນກົງຈັກລັດ

      ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 24 ມີນາ ຫາວັນທີ 07 ເມສາ.
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ
(ພາບ: VGP)
      ຕອນບ່າຍວັນທີ 02 ມີນາ, ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ກຸມພາ ຂອງລັດຖະບານ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ: ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 24 ມີນາ ຫາວັນທີ 07 ເມສາ. ໃນໂຄງການດຳເນີນງານມີເລື່ອງບູລະນະບັນດາຕຳແໜ່ງໃນກົງຈັກລັດ. ບູລະນະບັນດາຕຳແໜ່ງການນຳພັກ, ລັດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ແມ່ນວຽກງານປະຕິບັດຕາມແຕ່ລະຂັ້ນຕອນ ຕາມຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ. ກົມການເມືອງ ໄດ້ມອບໝາຍໃຫ້ຄະນະຮັບຜິດຊອບວຽກງານພັກ ຂອງລັດຖະບານສ້າງແຜນການແນະນຳບຸກຄະລາກອນທີ່ມີເງື່ອນໄຂ, ມາດຕະຖານຢ່າງພຽງພໍ ເພື່ອຮັບປະກັນບັນດາຕຳແໜ່ງການນຳລັດຖະບານ, ການນຳບັນດາກະຊວງ, ຂະແໜງການ ແລະ ອົງການຂຶ້ນກັບລັດຖະບານອາຍຸການ 2016 – 2021.
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top