• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບວຽກງານໂຄສະນາສຶກສາປີ 2016


ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ຍ້ອງຍໍ​ບັນດາ​ຜົນງານ​ 
ຊຶ່ງ​ຂະ​ແໜງ​ໂຄສະນາ​ສຶກສາ​ບັນລຸ​ໄດ້​ໃນ​ປີ 2016
      ​ໃນ​ປີ 2017, ຂະ​​ແໜງ​ໂຄສະນາ​ສຶກສາ​ຄວນ​ເພີ່ມ​ທະວີ​ການ​ຊີ້​ນຳ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ພິທຈຳໜ່າຍ, ກຳ​ນົດຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ອົງການຄຸ້ມ​ຄອງ​ໃນ​ວຽກ​ງານຕໍ່ສູ້​ປ້ອງ​ກັນ​ຕ້ານການ​ເສື່ອ​ມ​ທາ​ຂາດ​ຕຸ​ນ “ຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ພາຍ​ໃນ​ອົງການ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫລຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2016 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017.
        ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ຍ້ອງຍໍ​ບັນດາ​ຜົນງານ​ ຊຶ່ງ​ຂະ​ແໜງ​ໂຄສະນາ​ສຶກສາ​ບັນລຸ​ໄດ້​ໃນ​ປີ 2016, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ: ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ໃນ​ປີ 2017 ​ແມ່ນ​ສຳຄັນ​ ​ແລະ ໜັກ​ໜ່ວງ​ທີ່​ສຸດ, ຮຽກ​ຮ້ອງຂະ​ແໜງ​ໂຄສະນາ​ສຶກສາ​ຕ້ອງ​ຄາດ​ຄະ​ເນ​ສະພາບ​ການ​ໃຫ້​ຖືກຕ້ອງ ​ແລະ ​ໃກ້ຊິດຕິດ​ກັບ​ໜ້າ​ທີ່​ດ້ານ​ການ​ເມືອ​ງຂອງ​ປະ​ເທດ​ຊາດ​ຢ່າງ​ຖືກຕ້ອງ. ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ສະ​ເໜີ​ວ່າ:
        “ຂະ​​ແໜງ​ໂຄສະນາ​ສຶກສາ​ຄວນ​ເພີ່ມ​ທະວີ​ການ​ຊີ້​ນຳ​ຄຸ້ມ​ຄອງ​ສື່​ມວນ​ຊົນ - ພິມ​ຈຳໜ່າຍ, ​ເສີມ​ຂະຫຍາຍ​ບົດບາດກຳ​ນົດຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ອົງການຄຸ້ມ​ຄອງ​ໃນ​ວຽກ​ງານຕໍ່ສູ້​ປ້ອງ​ກັນ​ຕ້ານການ​ເສື່ອ​ມທາດ​ຂາດ​ຄຸນ “ຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ພາຍ​ໃນ​ອົງການ. ​ເປັນ​ເຈົ້າ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ເປັນ​ປະ​ຈຳ, ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດ​ໝາຍ​ຂອງ​ລັດ, ບັນດາ​ຜົນງານ​ປ່ຽນ​ໃໝ່, ບັນດາ​ປັດ​ໃຈ​ໃໝ່.
(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top