• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ

ວັນທີ 17 ມັງກອນ, ທີ່ຍາຈາງ, ແຂວງ ແຄ໊ງຮ່ວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat). ເຂົ້າຮ່ວມກອງປະຊຸມມີ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (ພາບ: baoquocte.vn)

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສະແດງຄວາມສະໜັບສະໜູນ, ພ້ອມທັງຖືວ່າ: ຫົວຂໍ້ ແລະ ການກຳນົດທິດບຸລິມະສິດ ເຊິ່ງ ຫວຽດນາມ ສະເໜີໃຫ້ ອາຊຽນ 2020 ແມ່ນເໝາະສົມກັບເປົ້າໝາຍຊອດທະລຸຂອງວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ແມ່ນສືບທອດຄວາມມານະພະຍາຍາມຂອງບັນດາປະທານຊຸດກ່ອນ.

        ບັນດາປະເທດໄດ້ເຫັນດີເປັນເອກະພາບຕໍ່ການສະເໜີຂອງ ຫວຽດນາມ ກ່ຽວກັບແຜນການເຄື່ອນໄຫວຂອງ ອາຊຽນ ໃນປີ. ກ່ຽວກັບການພົວພັນຕ່າງປະເທດ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເປີດກ້ວາງ ແລະ ເຮັດໃຫ້ການພົວພັນຕ່າງປະເທດຂອງ ອາຊຽນ ເລິກເຊິ່ງຕື່ມອີກ. ບັນດາລັດຖະມົນຕີໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບສະພາບທະເລຕາເວັນອອກ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມຂ່າວສາກົນປະກາດໝາກຜົນ AMM Retreat.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top