ໂດຍສືບຕໍ່ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ຕອນເຊົ້າວັນທີ 08 ສິງຫາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແລະ ກົດໝາຍປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍກ່ຽວກັບການທະຫານ, ການປ້ອງກັນຊາດ 9 ສະບັບ.
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບສູງຕໍ່ບັນດາເນື້ອໃນຂອງຮ່າງກົດໝາຍ. ຮ່າງກົດໝາຍໄດ້ສ້າງຫຼາຍເນື້ອໃນກ່ຽວຂ້ອງການການຄຸ້ມຄອງຄວາມສ່ຽງ, ຄວບຄຸມສິນຄ້າ, ຜູ້ນຳໃຊ້ສຸດທ້າຍ, ຈຸດປະສົງນຳໃຊ້ສຸດທ້າຍ... ເລື່ອງສ້າງ ແລະ ປະກາດໃຊ້ກົດໝາຍບໍ່ພຽງແຕ່ເພື່ອສ້າງລະບົບກົດໝາຍໃຫ້ສົມບູນແບບ, ຕອບສະໜອງຄວາມຮຽກຮ້ອງໃນການຄຸ້ມຄອງຂອງ ລັດ ໃນຂົງເຂດພິເສດສະເພາະນີ້ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິນຕະນາການຍຸດທະສາດໃນການປົກປັກຮັກສາປະເທດຊາດ, ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນຄວາມສ່ຽງນາບຂູ່ຄວາມໝັ້ນຄົງແຫ່ງຊາດນັບແຕ່ເມື່ອຍັງບໍ່ທັນເກີດຂຶ້ນອີກດ້ວຍ. ທ່ານນາງ ລິແອັງທື, ສະມາຊິກສະພາແຫ່ງຊາດແຂວງ ອານຢາງ, ປະກອບຄຳເຫັນວ່າ:
“ຮ່າງກົດໝາຍໄດ້ປະກອບສ່ວນສ້າງກົນໄກນິຕິກຳໃຫ້ສົມບູນແບບ, ປະຕິບັດບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ, ເປັນເຈົ້າການສະກັດກັ້ນ, ພົບເຫັນ, ສະກັດກັ້ນການກະທຳເຜີຍແຜ່ອາວຸດນິວເຄຼຍ, ອາວຸດເຄມີ ແລະ ພາຫະນະຂົນສົ່ງທີ່ກ່ຽວຂ້ອງ. ຜ່ານນັ້ນ, ປົກປ້ອງການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ສະພາບແວດລ້ອມສັນຕິພາບ ເພື່ອພັດທະນາປະເທດຊາດ”.
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ).






