• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ.

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານຮອງນາຍົດລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ຊົມເຊີຍບັນດາບາດກ້າວຕັ້ງໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາດ້ວຍເສົາຄ້ຳ “ຄູ່ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ; ເພື່ອວັດທະນາຖາວອນ; ເພື່ອຄຸນນະພາບການດຳລົງຊີວິດ ແລະ ຈາກຫົວໃຈເຖິງຫົວໃຈ”, ໃນນັ້ນ ມີເລື່ອງການນຳ 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນຢູ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21, ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຍູ້ແຮງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ ຢ່າງແຮງ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ຊົມເຊີຍທັດສະນະທີ່ສ້າງສັນ, ຕັ້ງໜ້າຂອງ ຍີ່ປຸ່ນ ສຳລັບບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ປາດຖະໜາຢາກໃຫ້ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ພ້ອມກັນປະກອບສ່ວນສ້າງພາກພື້ນທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top