• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 9

ຕອນບ່າຍວັນທີ 02 ສິງຫາ, ໃນຂອງເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຢູ່ ສິງກະໂປ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່່າງປະເທດແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 9.

 ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 9 (ພາບ: http://baoquocte.vn)

ກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມຸດວິໄນ ແລະ ທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່່າງປະເທດ ອິນເດຍ ປະລິນຍາເອກ V.K. Singh ເປັນປະທານຮ່ວມ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາ (MGC) ເຊິ່ງໄດ້ຜັນຂະຫຍາຍໃນປີຜ່ານມາ ແລະ ຂອບໃຈຕໍ່ການໜູນຊ່ວຍຂອງ ອິນເດຍ  ທີ່ສະຫງວນໃຫ້ອະນຸພາກພື້ນແມ່ນ້ຳຂອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ ດ້ວຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ ແລະ ຍຸດທະສາດການພັດທະນາ “ມຸ່ງໄປສູ່ພາຍນອກ” ຂອງບັນດາປະເທດແມ່ນ້ຳຂອງ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຂອງ 2 ຝ່າຍຍັງໃຫຍ່ຫລວງຢູ່. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີບັນດາຂົງເຂດຕົ້ນຕໍ ຊຶ່ງການຮ່ວມມື MGC ຄວນເລັ່ງໃສ່ໃນໄລຍະຈະມາເຖິງຄື: ເພີ່ມທະວີການຮ່ວມມືເຊື່ອມຕໍ່, ເປັນຕົ້ນແມ່ນເປີດກ້ວາງແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ພ້ອມທັງສະເໜີໃຫ້ເລີ່ມດຳເນີນການປຶກສາຫາລືກ່ຽວກັບຂໍ້ຕົກລົງຄົມມະນາຄົມທາງບົກ; ຫັນການຄ້າ ແລະ ການລົງທຶນເປັນສະດວກ ໂດຍຜ່ານການລົບລ້າງບັນດາສິ່ງກີດຂວາງການຄ້າ, ສົ່ງເສີມການຄ້າ, ການຮ່ວມມືກ່ຽວກັບການແຈ້ງພາສີ, ລະບຽບການຜ່ານແດນ ກວດພະຍາດ…

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top