• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມພົບປະລະຫວ່າງການນຳພັກ, ລັດ ກັບຜູ້ແທນດີເດັ່ນຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ

ກອງປະຊຸມແມ່ນໂອກາດເພື່ອໃຫ້ການນຳພັກ, ລັດ ຮັບຟັງຄວາມໃນໃຈ, ຂໍ້ສະເໜີຂອງປະຊາຊົນທຸກຊັ້ນວັນນະ, ເພື່ອຈາກນັ້ນ ຈະສືບຕໍ່ສ້າງນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ
  (ງານພົບປະການນຳພັກ, ລັດ ກັບ ຜູ້ແທນດີເດັ່ນຕາງໜ້າປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຕ່າງປະເທດ)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫສ 2025) ແລະ ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), ຕອນເຊົ້າວັນທີ 24 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຈັດງານພົບປະການນຳພັກ, ລັດ ກັບ ຜູ້ແທນດີເດັ່ນຕາງໜ້າປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ມີບັນດາຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ຜູ້ມີຍົກສັກຕຳແໜ່ງທາງສາສະໜາ, ບັນດາຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດຊາວຊົນເຜົ່າສ່ວນໜ້ອຍ, ບັນດາຜູ້ດີເດັ່ນໃນຫຼາຍຂົງເຂດ.

ງານພົບປະແມ່ນໂອກາດເພື່ອໃຫ້ການນຳພັກ, ລັດ ຮັບຟັງຄວາມໃນໃຈ, ຂໍ້ສະເໜີຂອງປະຊາຊົນທຸກຊັ້ນວັນນະ, ເພື່ອຈາກນັ້ນ ຈະສືບຕໍ່ສ້າງນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ, ຕິດພັນກັບການດຳລົງຊີວິດ. ກອງປະຊຸມກໍ່ແມ່ນໂອກາດເພື່ອເຊີດຊູບັນດາສ່ວນບຸກຄົນດີເດັ່ນ, ເປັນແບບຢ່າງ, ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາລວມຂອງປະເທດຊາດ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ຫວນຄືນໄລຍະ 80 ປີແຫ່ງວັນການປະຕິວັດ ຫວຽດນາມ ນັບແຕ່ວັນທີ 02 ກັນຍາ 1945; ທ່ານຢືນຢັນວ່າ ໄຊຊະນະຂອງຊາດລ້ວນແຕ່ເລີ່ມມາຈາກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ການຮ່ວມແຮງຮ່ວມໃຈ, ການອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງປະຊາຊົນທຸກຊັ້ນວັນນະ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກ. ທ່ານຖືວ່າ, ກ້າວເຂົ້າສູ່ສັງກາດໃໝ່, ຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ, ແຕ່ກໍ່ເຕັມໄປດ້ວຍສິ່ງທົດສອບ, ຍິ່ງຕ້ອງເສີມຂະຫຍາຍນ້ຳໃຈຮັກຊາດ, ພູມປັນຍາ, ຄວາມຄາດຫວັງບືນຕົວຂຶ້ນຂອງຊາດໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ໃຫ້​ແກ່​ທ່ານ​ນາງ ຫງວຽນ​ທິ​ບິ່ງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ໃຫ້​ແກ່​ທ່ານ​ນາງ ຫງວຽນ​ທິ​ບິ່ງ

ທ່ານນາງ ຫງວຽນທິບິ່ງ ຊື່ແທ້ແມ່ນ ຫງວຽນທິເຈົາຊາ, ມີອາຍຸ 98 ປີ. ທ້າຍປີ 1968, ທ່ານນາງໄດ້ໄປຮອດນະຄອນຫຼວງ ປາຣີ, ຝລັ່ງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ດ້ວຍຖານະເປັນຜູ້ຕາງໜ້າຂອງແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມ.

Top