• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳປີເລຂາຄະນະພັກ 4 ແຂວງຂອງຫວຽດນາມ ແລະ ເລຂາຄະນະພັກແຂວງ ຢຸນໜານ (ຈີນ)

ການນຳ 4 ແຂວງຂອງ ຫວຽດນາມ ແລະ ແຂວງ ຢຸນໜານ ໄດ້ເນັ້ນໜັກເຖິງກົນໄກກອງປະຊຸມປະຈຳປີ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ
(ທີ່ກອງປະຊຸມປະຈຳປີ)

ຕອນເຊົ້າວັນທີ 12 ມິຖຸນາ, ທີ່ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ປະເທດ ຈີນ, ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 4 ລະຫວ່າງເລຂາຄະນະພັກ 4 ແຂວງຂອງ ຫວຽດນາມ, ລວມມີ: ຮ່າຢາງ, ລາວກາຍ, ລາຍເຈົາ, ດ້ຽນບຽນ ແລະ ເລຂາຄະນະພັກແຂວງ ຢຸນໜານ (ຈີນ).

ທີ່ກອງປະຊຸມ, ການນຳ 4 ແຂວງຂອງ ຫວຽດນາມ ແລະ ແຂວງ ຢຸນໜານ ໄດ້ເນັ້ນໜັກເຖິງກົນໄກກອງປະຊຸມປະຈຳປີ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ - ການຄ້າ. 2 ຝ່າຍໄດ້ເປັນເອກະພາບໃນການຮັກສາ ແລະ ເສີມຂະຫຍາຍກົນໄກກອງປະຊຸມປະຈຳປີລະຫວ່າງບັນດາເລຂາຄະນະພັກແຂວງ ແລະ ວາລະປະຊຸມກຸ່ມປະຕິບັດງານລະຫວ່າງ 5 ແຂວງເປັນປະຈຳ; ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ; ເພີ່ມທະວີການຮ່ວມມືດ້ານເສດຖະກຳດ, ການຄ້າ, ການລົງທຶນ; ຍູ້ແຮງການຮ່ວມມືດ້ານການຄ້າເອເລັກໂຕນິກຂ້າມຊາຍແດນ; ເພີ່ມທະວີການຮ່ວມມືພັດທະນາດ່ານຊາຍແດນ, ເຊື່ອມຕໍ່ທາງຄົມມະນາຄົມ; ສືບຕໍ່ຜັນຂະຫຍາຍການພົບປະແລກປ່ຽນ, ການຮ່ວມມືບຳລຸງສ້າງພະນັກງານ, ວິທະຍາສາດເຕັກນິກ, ການແພດ, ການປົກປັກຮັກສາສິ່ງແວດລ້ອມ…

(ແຫຼ່ງຄັດຈາກ VOV)

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ງານວາງສະແດງພາຍຖ່າຍສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 197 5 – 30 ເມສາ 2025) ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນຫຼວງ ວຽງຈັນ

Top