• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ໄຈ້ແຍກບັນດາໝວດບັນຫາຫຼັກແຫຼ່ງຢ່າງເລິກເຊິ່ງ ແລະ ສະເໜີບັນດາມາດຕະການດ້ານນະໂຍບາຍສັງລວມ, ຮອບດ້ານ ເພື່ອຮັບປະກັນຄວາມຮຽກຮ້ອງພັດທະນາຂອງປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.

ຕອນ​ເຊົ້າ​ວັນ​ທີ 04 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ, ໄດ້​ຈັດ​ກອງ​ປະ​ຊຸມປະ​ຈຳ​ເດືອນ ມິ​ຖຸ​ນາ 2026 ຂອງ​ລັດ​ຖະ​ບານ ແລະ ກອງ​ປະ​ຊຸມ​ທາງ​ໄກ​ລະ​ຫວ່າງ​ລັດ​ຖະ​ບານກັບ​ທ້ອງ​ຖິ່ນ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,

  ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວ​ຄຳ​ເຫັນທີ່ກອງປະຊຸມ. (ພາບ: VNA)  

ປະ​ທານ​ປະ​ເທດ ຫວຽດ​ນາມ; ທ່ານ​ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ; ທ່ານ ເຈິ່ນ​ເກີມ​ຕູ, ຜ​ູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ. ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່ທາງໄກ​ກັບ 34 ແຂວງ, ນະ​ຄອນ. ທີ່ກອງ​ປະ​ຊຸມ, ການ​ນຳ​ບັນ​ດາ​ແຂວງ, ນະ​ຄອນ​ໄດ​້​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຢຶດ​ໝັ້ນ​ບັນ​ລຸ​ເປົ້າໝາຍການ​ເຕີບ​ໂຕ 2 ຕົວ​ເລກ ແລະ ສະ​ແດງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເຮັດສຳເລັດ​ເປົ້າ​ໝາຍ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່​ອ​ປະ​ກອບ​ສ່ວນ​ລວມ​ເຂົ້າ​ໃນ​ເປົ້າ​ໝາຍການ​ເຕີບ​ໂຕ​ຂອງ​ທົ່​ວ​ປະ​ເທດ.

ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້ສະ​ເໜີໃຫ້ໄຈ້​ແຍກ​ບັນ​ດາ​ໝວດ​ບັນ​ຫາ​ຫຼັກ​ແຫຼ່ງຢ່າງ​ເລິກເຊິ່ງ ແລະ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ດ້ານ​ນະ​ໂຍ​ບາຍ​ສັງລວມ, ຮອບ​ດ້ານ ເພື່ອ​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ.

“ພວກ​ເຮົາ​ຕ້ອງ​ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​​ແມ່ນ​ຖືກ​ກັບຄວາມ​ສາ​ມາດ​ບົ່ມ​ຊ້ອນ, ສອດ​ຄ່ອງ​ກັບ​ແຫຼ່ງ​ກຳ​ລັງ​ທີ່​ພວກເຮົາ​ພວມ​ມີ​ໃນ​ປະ​ຈຸ​ບັນ, ພວກ​ເຮົາ​ໄດ້ຕັດ​ສິນ​ໃຈ​ຢ່າງ​ສູງ​ສຸດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໝວດ​ໜ້າ​ທີ່, ມາດ​ຕະ​ການ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີແລ້ວ​ຫຼືຍັງ? ບັນ​ດາ​ໜ້າ​ທີ່​ຕ້ອງ​ຜັນ​ຂະ​ຫຍາຍ​ໃນ 6 ເດືອນ​ທ້າຍ​ປີ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ ຕິດ​ພັນ​ກັບ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ; ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ວິ​ທ​ະ​ຍາ​ສາດເຕັນໂນໂລຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ”.

ບົດລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ບັນ​ດາ​ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ຊຸມ​ເດືອນ​ທ້າຍ​ປີ 2026, ກະ​ຊວງ​ການ​ເງິນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ລະ​ດັບ​ເຕີບ​ໂຕ GDP ໄຕ​ມາດ​ທີ 2 ຄາດ​ວ່າ​ເພີ່ມ​ຂຶ້​ນ 8,39% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ; ໄລ່​ລວມ 6 ເດືອນ​ຕົ້ນ​ປີ​ບັນ​ລຸ 8,18%, ລະ​ດັບ​ສູງ​ສຸດ​ທີ່​ໄດ້​ຮັບ​ຮູ້​ນັບ​ແຕ່​ປີ 2011 ມາ​ຮ​ອດ​ປະ​ຈຸ​ບັນ. ຍອດ​ເງິນ​ລົງ​ທຶ​ນ​ຈາກ​ຕ່າງ​ປະ​ເທດຈົດ​ທະບຽນ​ບັນ​ລຸກວ່າ 34 ຕື້ USD. ຍອດ​ວົງ​ເງິ​ນ​ສົ່ງ​ອອກ - ນຳ​ເຂົ້າ​ ຄາດ​ວ່າ​ບັນ​ລຸ 549 ຕື້ USD; ວົງ​ເງິນ​ນ້ຳ​ເຂົ້າ​ບັນ​ລຸ 283 ຕື້ USD.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຄະນະກຳມະການ ພະລັງງານປະລະມານູ ແລະ ພະລັງງານທົດແທນ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີ Thales

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຄະນະກຳມະການ ພະລັງງານປະລະມານູ ແລະ ພະລັງງານທົດແທນ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີ Thales

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ, ຕອນເຊົ້າວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນການພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມໄດ້ໄປຢ້ຽມຢາມຄະນະກຳມະການພະລັງງານປະລະມານູ ແລະ ພະລັງງານທົດແທນ (CEA) ຂອງ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີຂຶ້ນກັບກຸ່ມບໍລິສັດ Thales ຢູ່ Paris-Saclay.

Top