• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງຫວຽດນາມ ຊຸດທີ 12

ສະຫະພັນຄວນສືບຕໍ່ປະຕິບັດບົດບາດເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງເປັນຢ່າງດີ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ສະຫະພັນ

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VTV)

ວັນທີ 19 ທັນວາ, ທີ່ນະຄອນເກິນເທີ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານຄັ້ງທີ 5 (ຊຸດທີ 12).  ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຕີລາຄາສູງບັນດາຂະບວນການແຂ່່ງຂັນຢ່າງແທດຈິງຂອງ ສະຫະພັນແມ່ຍິງຫວຽດນາມ ໃນໄລຍະຜ່ານມາ ອັນໄດ້ສ້າງກໍາລັງແຮງສາມັກຄີໃຫ້ແກ່ແມ່ຍິງທຸກຊັ້ນວັນນະ, ປະກອບສ່ວນເຂົ້າໃນກິດຈະການແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ກ່ຽວກັບວຽກງານເຄື່ອນໄຫວຂອງສະຫະພັນແມ່ຍິງໃນປີ 2019, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ, ສະຫະພັນຄວນສືບຕໍ່ປະຕິບັດບົດບາດເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງເປັນຢ່າງດີ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ສະຫະພັນ, ສຸມໃສ່ບັນດາບັນຫາ ເຊິ່ງແມ່ຍິງມີຄວາມສົນໃຈ ເພື່ອດຶງດູດເອົາສະມາຊິກແມ່ຍິງເຂົ້າຮ່ວມ; ໂຄສະນາ, ສຶກສາອົບຮົມ, ຂົນຂວາຍແມ່ຍິງທຸກຊັ້ນວັນນະ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ເປັນຢ່າງດີ.

        ທີ່ກອງປະຊຸມ, ສະຫະພັນແມ່ຍິງຫວຽດນາມ ແລະ ອົງການຂອງ ສປຊ ກ່ຽວກັບການຍົກສູງສິດອໍານາດໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ (UN Women) ໄດ້ລົງນາມໃນຂໍ້ຕົກລົງແມ່ການຮ່່ວມມືໃນໄລຍະ 2019 – 2020.

(ແຫຼ່ງຄັດຈາກ VOV)

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top