• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ

ຕອນເຊົ້າວັນທີ ມັງກອນ ຢູ່ ຮ່າໂນ້ຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ -ລາວ. ເຂົ້າຮ່ວມຍັງມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ແລະ ວິສາຫະກິດລາຍໃຫຍ່ຈຳນວນໜ່ຶ່ງ ຂອງ ຫວຽດນາມ ພວມມີການລົງທຶນຢູ່ ລາວ ອີກດ້ວຍ.
ພາບທັງໝົດໃນກອງປະຊຸມ. ພາບ: ຖົ໋ງເຍີດ/VNA
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ທີ່ມາເຂົ້າຮ່ວມກອງປະຊຸມ, ສະແດງຄວາມດີໃຈຕໍ່ການພັດທະນາຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນຫຼາຍຂົງເຂດ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ລັດຖະບານ ຫວຽດນາມ. ສະແດງຄວາມດີໃຈຕໍ່ການພັດທະນາດ້ານເສດຖະກິດ, ສັງຄົມຂອງ ຫວຽດນາມ ໃນປີ 2019, ພິເສດແມ່ນຕົວເລກຂະຫຍາຍຕົວດ້ານເສດຖະກິດບັນລຸໄດ້ກວ່າ 7%. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງ ຜົນງານການຮ່ວມມືຢ່າງຮອບດ້ານ ລະຫວ່າງ ສອງປະເທດ, ສະແດງຄວາມໝັ້ນໃຈວ່າ ກອງປະຊຸມຄັ້ງນີ້ ຈະສ້າງແຫຼ່ງກຳລັງແຮງໃໝ່ ໃຫ້ແກ່ການພົວພັນ ລະຫວ່າງ ສອງປະເທດ ໃນປີ 2020.

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນງານການຜັນຂະຫຍາຍ ບັນດາແຜນການຮ່ວມມືລະຫວ່າງສອງລັດຖະບານໃນປີ 2019 ໃນຫຼາຍຂົງເຂດ, ປີຜ່ານມາ ການຄ້າ ແລະ ການລົງທຶນ ບັນລຸໄດ້ໝາກຜົນພົ້ນເດັ່ນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ ດ້ວຍໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ ເພີ່ມຂຶ້ນ ແລະ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ ດ້ວຍຍອດເງິນລົງທຶນບັນລຸກວ່າ 5 ຕື້ USD. ການພົວພັນດ້ານການຄ້າລະຫວ່າງສອງປະເທດ ລື່ນກາຍລະດັບ 1,25 ຕື້ USD ແມ່ນລື່ນກາຍຄາດໝາຍຊື່ງສອງປະເທດໄດ້ວາງອອກ. ບັນດາຂົງເຂດອື່ນຄື ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ. ໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ ຈຳນວນໜຶ່ງ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ໄດ້ຍູ້ແຮງ, ຈຳນວນນັກຮຽນ ລາວ ພວມຮຳ່ຮຽນຢູ່ ຫວຽດນາມ ເກືອບ 17.000 ຄົນ.
 
ສອງຝ່າຍໄດ້ເປັນເອກະສັນສູງກ່ຽວກັບທິດທາງຮ່ວມມືໃນປີ 2020, ໃນນັ້ນ ຈະສຸມໃສ່ເພີ່ມທະວິການຮ່ວມມືດ້ານການເມືອງ, ການທູດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ເພີ່ມທະວີການແລກປ່ຽນບົດຮຽນກໍ່ສ້າງນະໂຍບາຍເສດຖະກິດມະຫາພາກຢ່າງໝັ້ນຄົງ. ສົມທົບໃນການກວດກາ, ແກ້ໄຂສະພາບແວດລ້ອມແຫ່ງການລົງທຶນ, ເຮັດທຸລະກິດ, ກໍ່ສ້າງພື້ນຖານໂຄງລ່າງການຄົມມະນາຄົມໃຫ້ດີຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ,​ ພະຍາຍາມເຮັດໃຫ້ມູນຄ່າການຄ້າສອງຝ່າຍໃນປີ 2020 ເພີ່ມຂຶ້ນຢ່າງໜ້ອຍສຸດ 10-15%. ສົມທົບກໍ່ສ້າງຍຸດທະສາດ ການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະຕໍ່ມາ. ບັນດາກະຊວງ, ຂະແໜງການສອງປະເທດ ສືບຕໍ່ຊຸກຍູ້ການແລກປ່ຽນ, ຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ ຄື: ວັດທະນະທຳ, ວິທະຍາສາດ, ຖະແຫຼງຂ່າວ ແລະ ສື່ສານ, ກິລາ, ສາທາລະນະສຸກ, ກົດໝາຍ ແລະ ອື່ນໆ.

ສອງຝ່າຍຕົກລົງກັນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ທີ່ບັນດາເວທີສາກົນ ແລະ ພາກພື້ນ, ພ້ອມກັນເຮັດໃຫ້ການຮ່ວມມື, ການເຊື່ອມຕໍ່ຂອງປະຊາຄົມ ອາຊຽນ ມີຄວາມເລິກເຊິ່ງກວ່າເກົ່າ, ເພີ່ມທະວີຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ຄຳເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ໃນນັ້ນ ມີບັນຫາຢູ່ທະເລຕາເວັນອອກ. ຕົກລົງຈະຮ່ວມມືໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນຳ້ ຢູ່ແມ່ນຳ້ຂອງ ຢ່າງມີປະສິດທິພາບ ແລະ ໝັ້ນຄົງ. ລາວ ຢັ້ງຢືນວ່າ ຈະສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງທີ່ເປັນປະທານ ອາຊຽນ ປີ 2020 ແລະ ສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ ຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ,​ວິສາຫະກິດ ສອງປະເທດ ສົມທົບຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ ແລະ ປະຕິບັດບັນດາຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນສັນຍາວ່າດ້ວຍການຮ່ວມມືລະຫວ່າງ ສອງປະເທດ. ພາບ: ຖົ໋ງເຍີດ/VNA
 
ພາຍຫຼັງການປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນ ແລະ ມອບຮັບບັນດາເອກະສານວ່າດ້ວຍການຮ່ວມມືທີ່ສຳຄັນ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການຮ່ວມມືປີ 2020 ລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶນຂອງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ-ລາວ; ສັນຍາວ່າດ້ວຍການມອບຮັບ ຜູ້ຖືກລົງໂທດ ຈຳຄຸກ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງຄົມມະນາຄົມ ຂົນສົ່ງ ຫວຽດນາມ ແລະ ກະຊວງການໂຍທາ ແລະ ຂົນສົ່ງ ລາວ; ຂໍ້ຕົກລົງ ແລະ ແຜນການຮ່ວມມືດ້ານການສຶກສາປີ 2020 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ແລະ ກິລາ ລາວ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ບໍລິສັດ ພະລັງງານ ຈະເລີນ ເຊກົງ ຈຳກັດ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ຟົງສັບທະວີ (ລາວ).  
 
ປະຕິບັດ: VNA/VNP

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top