• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ

      ຕອນເຊົ້າວັນທີ 25 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ເວືອງດີ່ງເຫວ້, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສະຫລຸບ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫວ້ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນ ເພື່ອຕີລາຄາໝາກຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃນ 6 ເດືອນຕົ້ນປີ - ເປັນບາດກ້າວກະກຽມໃຫ້ການສ້າງບັນດາບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນທ້າຍປີນີ້.

 ທີ່ກອງປະຊຸມ (ພາບ: TTXVN)
      ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ໄລ່ຮອດທ້າຍເດືອນ ມິຖຸນາ ປີນີ້, ທົ່ວປະເທດໄດ້ມີ 4458 ຕາແສງ ບັນລຸມາດຖານຊົນນະບົດໃໝ່, ເພີ່ມຂຶ້ນ 620 ຕາແສງ ເມື່ອທຽບໃສ່ທ້າຍປີ 2018; 3 ແຂວງ ດົ່ງທ໊າບ, ນາມດິ້ງ, ບີ່ງເຢືອງ ແລະ ນະຄອນ ດ່າໜັງ ໄດ້ກາຍເປັນ 4 ທ້ອງຖິ່ນທຳອິດຂອງທົ່ວປະເທດທີ່ ມີ 100% ຕາແສງ ບັນລຸໄດ້ມາດຖານຊົນນະບົດໃໝ່.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top