• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂ່າວປະກາດທົ່ງໄຫຫີນຊຽງຂວາງແມ່ນມໍລະດົກໂລກ

      ຕອນບ່າຍວັນທີ 25 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຈັດກອງປະຊຸມຂ່າວປະກາດ ທົ່ງໄຫຫີນຊຽງຂວາງຂອງລາວ ໄດ້ຮັບການຮັບຮອງຈາກຄະນະກຳມະການມໍລະດົກໂລກ, ຂຶ້ນກັບ UNESCO ວ່າແມ່ນມໍລະດົກໂລກ.

(ກອງປະຊຸມຂ່າວປະກາດ “ທົ່ງໄຫຫີນຊຽງຂວາງ” ຂອງລາວ ໄດ້ຮັບການຮັບຮອງຈາກຄະນະກຳມະການມໍລະດົກໂລກ,
ຂຶ້ນກັບ UNESCO ວ່າແມ່ນມໍລະດົກໂລກ)
      ທີ່ກອງປະຊຸມຂ່າວ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ວ່າ, ທີ່ກອງປະຊຸມສະໄໝທີ 43 ຂອງຄະນະກຳມະການມໍລະດົກໂລກ, ຂຶ້ນກັບ UNESCO ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 30 ມິຖຸນາ - 10 ກໍລະກົດ, ຢູ່ Baku, ປະເທດສ. ອາແຊກບາຍຊານ, ຄະນະກຳມະການມໍລະດົກໂລກໄດ້ອອກມະຕິທາງການຮັບຮອງເອົາທົ່ງໄຫຫີນຊຽງຂວາງ ຂອງລາວ ແມ່ນມໍລະດົກໂລກ ໃນວັນທີ 06 ກໍລະກົດ, ດ້ວຍຄວາມເຫັນດີເຫັນພ້ອມຂອງທັງໝົດ 21 ປະເທດສະມາຊິກ.
        ແບ່ງປັນທີ່ກອງປະຊຸມຂ່າວ, ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ວ່າ, ນີ້ແມ່ນໝາກຜົນພາຍຫຼັງໄລຍະ 20 ປີແຫ່ງການດຳເນີນການສຳຫຼວດຢ່າງຄົບຊຸດ, ສ້າງຮາກຖານຂໍ້ມູນໃຫ້ສົມບູນ ເພື່ອຍື່ນສະເໜີຕໍ່ຄະນະກຳມະການມໍລະດົກໂລກ, ຂຶ້ນກັບ UNESCO ຮັບຮອງເອົາທົ່ງໄຫຫີນຊຽງຂວາງ ຂອງລາວ ແມ່ນມໍລະດົກໂລກ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ກໍ່ສະແດງຄວາມຂໍຂອບໃຈເຖິງບັນດາປະເທດ, ນັກຊ່ຽວຊານສາກົນທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອ ແລະ ຮ່ວມເດີນທາງພ້ອມກັບລາວ ໃນວຽກງານສຳຫຼວດ, ສ້າງຮາກຖານຂໍ້ມູນໃຫ້ສົມບູນກ່ຽວກັບທົ່ງໄຫຫີນຊຽງຂວາງ ໃນຫຼາຍປີຜ່ານມາ.
 (ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ

Top