• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ

      ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຕຳຫລວດ ຫວຽດນາມ ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະກຽມໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ. 

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະກຽມໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ
      ກ່າວຄຳເຫັນໄຂກອງປະຊຸມ, ພົນຈັດຕະວາ ຟ້າມວັນກ໊າກ, ຫົວໜ້າກົມຕຳຫລວດສືບສວນສອບສວນອາດຊະຍາກຳຢາເສບຕິດ, ກະຊວງຕຳຫລວດ ຫວຽດນາມ ໃຫ້ຮູ້ວ່າ:
       ໃນຂົງເຂດປ້ອງກັນຕ້ານຢາເສບຕິດ, ຂໍ້ມູນຂ່າວສານແມ່ນປັດໄຈແກ່ນສານ, ດັ່ງນັ້ນ ຄວນເສີມຂະຫຍາຍປະສິດທິຜົນແຫ່ງການແລກປ່ຽນ, ແກ້ໄຂຂໍ້ມູນຂ່າວສານ, ສົມທົບກັນສືບສວນ, ຈັບຕົວບັນດາເປົ້າໝາຍ, ກຸ່ມຄົນທຳການຜະລິດ, ຊື້-ຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍກ່ວາອີກ. ພ້ອມກັນນັ້ນ, ຕັ້ງໜ້າສະໜອງ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຢາເສບຕິດລະຫວ່າງບັນດາປະເທດສະມາຊິກ ເພື່ອຮັບໃຊ້ວຽກງານຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢ່າງມີປະສິດທິຜົນ.
       ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ສຳຫລວດກວດກາ, ຕີລາຄາການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ ກ່ຽວກັບການສູ້ຊົນປ້ອງກັນປະຊາຄົມຕ້ານຢາເສບຕິດໄລຍະປີ 2016 – 2025 ແລະ ແຜນການຮ່ວມມື ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານການຜະລິດ ແລະ ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍຢູ່ເຂດສາມຫຼ່ຽມຄຳໄລຍະປີ 2017 – 2019. ພ້ອມທັງ, ແລກປ່ຽນທິດທາງເປີດກ້ວາງຂອບເຂດການຮ່ວມມື, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມືຢູ່ພາຍນອກ, ຍົກສູງກຳລັງຄວາມສາມາດໃຫ້ແກ່ວຽກງານປ້ອງກັນ, ຕ້ານຢາເສບຕິດຂອງ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top