• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຄ້າຍລີ້ໄພ Jabalia, ກະຕຸກຊຸກຍູ້ສາມັນຊົນຍົກຍ້າຍ

ກອງທັບໄດ້ດັບສູນ “ກຸ່ມທຳລາຍຢູ່ Jabalia ພາຍຫຼັງເກີດການປະທະກັນກັບບັນດາສະມາຊິກຂອງກຸ່ມນີ້ຢູ່ໃນບັນດາຕຶກອາຄານ”.
ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີນະຄອນ Jabalia ຢູ່ທາງທິດເໜືອເຂດ ກາຊາ (ພາບ: AFP)

ວັນທີ 18 ພຶດສະພາ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີນະຄອນ Jabalia ຢູ່ທາງທິດເໜືອເຂດ ກາຊາ, ພ້ອມທັງກະຕຸກຊຸກຍູ້ປະຊາຊົນຢູ່ເຂດນີ້ຍົກຍ້າຍເຖິງບ່ອນຫຼົບໄພທາງທິດຕາເວັນຕົກນະຄອນ ກາຊາ. ໃນສື່ສັງຄົມ X, ໂຄສົກກະຊວງກອງທັບ ອິດສະຣາແອັນ Avichay Adraee, ຖະແຫຼງວ່າ, ກອງທັບໄດ້ດັບສູນ “ກຸ່ມທຳລາຍຢູ່ Jabalia ພາຍຫຼັງເກີດການປະທະກັນກັບບັນດາສະມາຊິກຂອງກຸ່ມນີ້ຢູ່ໃນບັນດາຕຶກອາຄານ”. ໂຄສົກຜູ້ນີ້ບໍ່ສະໜອງຂໍ້ມູນຂ່າວກ່ຽວກັບ “ກຸ່ມທຳລາຍ”, ແຕ່ໃຫ້ຮູ້ວ່າ, ກອງທັບ ອິດສະແອັນ ບໍ່ຖືກເສຍຫາຍໃດໃນການປະທະກັນດັ່ງກ່າວ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ບັນດາແຫຼ່ງຂ່າວສາທາລະນະສຸກ ປາແລັດສະຕິນ ໄດ້ຢັ້ງຢືນວ່າ, ຢ່າງໜ້ອຍສຸດມີ 28 ຄົນ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍຖືກເສຍຊີວິດໃນບັນດາການບຸກຕີກະທັນຫັນຢ່າງຕໍ່ເນື່ອງຂອງ ອິດສະຣາແອັນ ໃສ່ຄ້າຍລີ້ໄພ Jabalia.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top