ເມື່ອຕອບສຳພາດຕໍ່ວົງການນັກຂ່າວ ຟີລິບປີນ ເນື່ອງໃນໂອກາດໄປຢ້ຽມຢາມ Manila ໃນວັນທີ 16 ສິງຫາ, ທ່ານ David Goldfein ຫົວໜ້າເສນາທິການກອງທັບອາກາດ ອາເມລິກາ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາ ອາເມລິກາ ຈະຮັກສາຄວາມພ້ອມ ແລະ ຄວາມສາມາດໃນການບັນຊາກ່ຳປັ່ນສູ້ຮົບ ຫຼື ເຮືອບິນລາດຕະເວນຢ່າງບໍ່ຢຸດຢັ້ງບໍ່ວ່າຢູ່ພາກພື້ນຫຼື ໃນຈຸດເວລາໃດໆເມື່ອ ອາເມລິກາ ມີຄວາມຕ້ອງການ.

ກອງທັບ ອາເມລິກາ ໃຫ້ຄຳໝັ້ນສັນຍາຮັກສາການລາດຕະເວນຢູ່ທະເລຕາເວັນອອກ (ພາບ: AP)
ບັນດາຄຳເຫັນຂອງເຈົ້າໜ້າທີ່ທຳນຽບ 5 ແຈ ໄດ້ຍົກອອກມາພາຍຫລັງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ກ່າວປະນາມຕຳໜິຕິຕຽນການເຄື່ອນໄຫວຂອງ ຈີນ ຢູ່ທະເລຕາເວັນອອກ, ຖືວ່າ: ການກະທຳນີ້ ພ້ອມກັບນະໂຍບາຍເສດຖະກິດຂອງ ປັກກິ່ງ ພວມກໍ່ຄວາມຂາດສະຖຽນລະພາບໃຫ້ພາກພື້ນ ອາຊີ - ປາຊີຟິກ.
(ແຫຼ່ງຄັດຈາກ VOV)