• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ ມຽນມາ ໃຫ້ຄຳໝັ້ນສັນຍາ ຈະມອບໂອນສິດອຳນາດໂດຍໄວ

      ກອງທັບ ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາຈະດຳເນີນການເລືອກຕັ້ງ ແລະ ມອບໂອນສິດ, ອຳນາດ, ພ້ອມທັງປະຕິເສດເລື່ອງດຳເນີນການກໍ່ລັດຖະປະຫານ, ກໍ່ຄືກ່າວຫາກະແສຟອງເດີນຂະບວນປະທ້ວງຢູ່ພາຍໃນປະເທດໃນປັດຈຸບັນແມ່ນມີການກະທຳໃຊ້ຄວາມຮຸນແຮງ.
ກອງທັບ ມຽນມາ ຈະບໍ່ກຳອຳນາດໃນໄລຍະຍາວນານ  (ພາບ: REUTERS)
      ວັນທີ 16 ກຸມພາ, ກອງທັບ ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາຈະດຳເນີນການເລືອກຕັ້ງ ແລະ ມອບໂອນສິດ, ອຳນາດ, ພ້ອມທັງປະຕິເສດເລື່ອງດຳເນີນການກໍ່ລັດຖະປະຫານ, ກໍ່ຄືກ່າວຫາກະແສຟອງເດີນຂະບວນປະທ້ວງຢູ່ພາຍໃນປະເທດໃນປັດຈຸບັນແມ່ນມີການກະທຳໃຊ້ຄວາມຮຸນແຮງ. ທີ່ກອງປະຊຸມຖະແຫຼງຂ່າວຄັ້ງທຳອິດ ນັບແຕ່ວັນທີ 1 ກຸມພາ, ເມື່ອສິດອຳນາດແຫ່ງລັດ ຢູ່ ມຽນມາ ໄດ້ຮັບການມອບໂອນໃຫ້ແກ່ສະພາບໍລິຫານແຫ່ງລັດ,  ທ່ານ ພົນຈັດຕະວາ Zaw Min Tun ຜູ້ບັນຊາການກຳລັງປະກອບອາວຸດ ໃຫ້ຮູ້ວ່າ ກອງທັບປະເທດນີ້ ຈະບໍ່ກຳອຳນາດໃນໄລຍະຍາວນານ ແລະ ເປົ້າໝາຍແມ່ນຈັດຕັ້ງການເລືອກຕັ້ງເພື່ອມອບໂອນສິດອຳນາດໃຫ້ແກ່ຝ່າຍໄຊຊະນະ. ໃນໄລຍະນັ້ນ, ນະໂຍບາຍພົວພັນຕ່າງປະເທດຂອງ ມຽນມາ ບໍ່ໄດ້ຮັບການປ່ຽນແປງ. ມຽນມາ ຍັງຮັກສາລັກສະນະເປີດອົກເປີດໃຈກັບວິສາຫະກິດ ແລະ ປະຕິບັດຕາມບັນດາຂໍ້ຕົກລົງສາກົນ. ເຖິງຢ່າງໃດກໍຕາມ, ໄລ່ມາຮອດປັດຈຸບັນ, ຈຸດເວລາຈັດຕັ້ງການເລືອກຕັ້ງ ບໍ່ທັນໄດ້ຮັບການປະກາດເທື່ອ.
        ທ່ານພົນຈັດຕະວາ Zaw Min Tun ກໍໃຫ້ຮູ້ວ່າ ວິວັດການດຳເນີນຄະດີທ່ານປະທານາທະບໍດີ Win Myint ແລະ ທີ່ປຶກສາແຫ່ງລັດ Aung San Suu Kyi ຈະດຳເນີນຖືກຕາມຂໍ້ກຳນົດຂອງກົດໝາຍ. ປັດຈຸບັນ, ການນຳທັງສອງທ່ານດັ່ງກ່າວ ລ້ວນແຕ່ຖືກກັກຕົວຢ່າງປອດໄພ ແລະ ມີອາການສຸຂະພາບເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top