• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ - ປະຊາຊົນ ສະເຫຼີມສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ຢູ່ນະຄອນເກິນເທີ: ປັບປຸງນ້ຳໃຈຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ

      ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ຖືກດຳເນີນໃນຕອນຄ່ຳວັນທີ 10 ເມສາ, ຢູ່ສະຖາບັນສົງ ຫິນະຍານ ຂະແມ, ເມືອງ ໂອມົນ, ນະຄອນ ເກີນເທີ ເພື່ອສະຫຼອງບຸນປີໃໝ່ ຈອນຈານຳເທີໄມ, ເຊິ່ງເປັນບຸນປີໃໝ່ປະເພນີຂອງຊາວ ຂະແມ.
ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)
        ກ່າວຄຳເຫັນຢູ່ລາຍການດັ່ງກ່າວ, ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງເລື່ອງນະຄອນ ເກີນເທີ ຈັດຕັ້ງລາຍການທີ່ແທດຈິງ ແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຂະແມ. ພ້ອມກັນນັ້ນ, ອວຍພອນແດ່ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ, ພະສົງສຳມະເນນ, ພະນັກງານພາລະກອນ, ນັກຮົບ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຕ້ອນຮັບບຸນປີໃໝ່ ຈອນຈານຳເທີໄມ ປີ 2021 ຢ່າງສະຫງົບສຸກ ແລະ ອົບອຸ່ນ.
        ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ມີກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ ເປັນຕົ້ນແມ່ນ: ຕິດຕັ້ງລະບົບດອກໄຟຢູ່ຖະໜົນເຂດຊົນນະບົດ; ກໍ່ສ້າງເຮືອນແຫ່ງມະຫາສາມັກຄີ, ລາຍການນ້ຳໃຈເພື່ອນມິດສະຫາຍ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກທີ່ມັກຮ່ຳຮຽນ. ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ຊ່ວຍປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top