• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ ກຳປູເຈຍ - ລາວ - ຫວຽດນາມ ຈັດການຊ້ອມຮົບຮ່ວມ

ນາຍພົນ Ith Sarath, ຮອງຜູ້ບັນຊາການສູງສຸດ, ຫົວໜ້າເສນາທິການກອງກຳລັງທະຫານປະສົມສະຫວ່າງບັນດາກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ
  ພາບປະກອບ  

ກອງທັບ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຈະຈັດການຊ້ອມຮົບຮ່ວມກູ້ໄພກູ້ຊີບ ແຕ່ວັນທີ 9 -16 ກັນຍາ 2022, ຢູ່ ສປປລາວ. ນາຍພົນ Ith Sarath, ຮອງຜູ້ບັນຊາການສູງສຸດ, ຫົວໜ້າເສນາທິການກອງກຳລັງທະຫານປະສົມສະຫວ່າງບັນດາກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ, ທັງເປັນຫົວໜ້າຫ້ອງການຄຸ້ມຄອງໄພພິບັດທຳມະຊາດຂອງກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ: ວັນທີ 3 ກັນຍາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ກຳປູເຈຍ ຈະເດີນທາງກະກຽມໃຫ້ແກ່ການຊ້ອມຮົບກູ້ໄພກູ້ຊີບລະຫວ່າງກອງທັບ 3 ປະເທດ: ກຳປູເຈຍ - ລາວ - ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງພົນທະຫານປະມານ 500 ຄົນ. ນາຍພົນ Ith Sarath ເນັ້ນໜັກວ່າ: ການຊ້ອມຮົບກູ້ໄພກູ້ຊີບລະຫວ່າງກອງທັບ 3 ປະເທດແມ່ນການຮ່ວມມືລວມເພື່ອແນໃສ່ຮັບມືກັບໄພພິບັດທຳມະຊາດທີ່ເກີດຂຶ້ນຢ່າງລຽນຕິດ, ນາບຂູ່ເຖິງຊີວິດຂອງປະຊາຊົນ 3 ປະເທດຢູ່ເຂດລຸ່ມແມ່ນ້ຳຂອງ. ຜ່ານການຊ້ອມຮົບນີ້, ກຳລັງທະຫານຂອງ 3 ປະເທດຈະເປັນເຈົ້າການກ່ວາໃນວຽກງານສົບທົບກັນໜູນຊ່ວຍເຊິ່ງກັນ ແລະ ກັນ, ເມື່ອເກີດໄພພິບັດທຳມະຊາດ, ຮັບປະກັນຊີວິດແຫ່ງສະຫງົບສຸກໃຫ້ປະຊາຊົນແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top