• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບ ກຳປູເຈຍ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ ຫວຽດນາມ ທີ 2 ກັນຍາ

ການປະກອບສ່ວນຂອງກອງທັບລາຊະອານາຈັກ ກຳປູເຈຍ ທີ່ພິທີສະເຫຼີມສະຫຼອງປີນີ້ ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງກຳລັງປະກອບອາວຸດຂອງ 2 ປະເທດ.
(ທ່ານພົນຈັດຕະວາ So Kun)

ໃນຊຸມມື້ຜ່ານມາ, ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ລວມມີພະນັກງານ, ນັກຮົບກວ່າ 120 ຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມ, ການກະກຽມໃຫ້ການເຄື່ອນໄຫວສວນສະໜາມ, ສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ສຳເລັດຜົນ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025), ຢູ່ ຮ່າໂນ້ຍ ໃນວັນທີ 02 ກັນຍາ ຈະມາເຖິງ.

        ການປະກອບສ່ວນຂອງກອງທັບລາຊະອານາຈັກ ກຳປູເຈຍ ທີ່ພິທີສະເຫຼີມສະຫຼອງປີນີ້ ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງກຳລັງປະກອບອາວຸດຂອງ 2 ປະເທດ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ກຳປູເຈຍ, ທ່ານພົນຈັດຕະວາ So Kun, ຮອງຫົວໜ້າກົມພົວພັນສາກົນ, ກະຊວງປ້ອງກັນປະເທດ ກຳປູເຈຍ, ໃຫ້ຮູ້ວ່າ:

        “ລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ມີຄວາມປະຕິຊົມຊື່ນທີ່ໄດ້ເຂົ້າຮ່ວມເຫດການສຳຄັນດັ່ງກ່າວ. ເລື່ອງ ກຳປູເຈຍ ຈັດສົ່ງກຳລັງປະກອບອາວຸດເຂົ້າຮ່ວມການເດີນສວນສະໜາມຂ່ຳນັບຊົມເຊີຍທີ່ພິທີສະເຫຼີມສະຫຼອງປີທີ 80 ແຫ່ງວັນຊາດ ຫວຽດນາມ ພ້ອບກັບປະຊາຊົນ ຫວຽດນາມ ແມ່ນຍ້ອນ 2 ປະເທດພວກເຮົາເຄີຍມີປະຫວັດສາດພ້ອມກັບຕໍ່ສູ້ຕ້ານສັດຕູໂຕດຽວກັນ. ສະນັ້ນ, ລາຍການຄັ້ງນີ້ແມ່ນລາຍການພິເສດຂອງກະຊວງປ້ອງກັນປະເທດ 2 ປະເທດ”.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top