• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບເຮືອຫວຽດນາມ-ສິງກະໂປພົບປະແລກປ່ຽນຢູ່ກາມແຣງ


ກ່ຳ​ປັ່ນ RSS ENDURANCE ຂອງກອງ​ທັບ​ເຮືອ ສ. ສິງ​ກະ​ໂປ 
(ພາບ: Hng Pha/TTXVN)
 
​​​      ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ແຕ່​ວັນ​ທີ 17 – 21/2, ກ່ຳ​ປັ່ນ RSS ENDURANCE ຂອງກອງ​ທັບ​ເຮືອ ສ. ສິງ​ກະ​ໂປ ພ້ອມ​ກັບ​ລູກ​ເຮືອ 180 ຄົນ​ໂດຍ​ພັນ​ຕີ Lee Kwok So ບັນ​ຊາ​ໄດ້​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນສາ​ກົນ ກາມ​ແຣງ (ແຂວງ ແຄ໋ງ​ຮ່​ວາ) ໃນ​ຂອບ​ເຂດ​ກາ​ນ​ຢ້ຽມ​ຢາມ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ ​ເພື່ອຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ຜ່ານນັ້ນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ 2 ປະ​ເທດ​ເວົ້າ​ລວມ, ກຳ​ລັງ​ກອງ​ທັບ​ເຮືອ​ 2 ປະ​ເທດ​ເວົ້າ​ສະ​ເພາະ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ, ພັນ​ຕີ Lee Kwok So ໄດ້​​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 4. 2 ຝ່າຍ​ຈະ​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​ກ່ຳ​ປັ່ນ​ຂອງ​ກັນ, ​ແຂ່ງ​ຂັນກິ​ລາ​ກັບ​ພະ​ນັກ​ງານ, ​ທະ​ຫານ​ເຮືອ​ເຂດ 4 ແລະ ຢ້ຽມ​ຢາມ​ປູ​ຊະ​ນີ​ຍະ​ສະ​ຖານ​ຂອງ​ທ້ອງ​ຖິ່ນ​ບາງ​ແຫ່ງ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top