• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບປະຊາຊົນ ຫວຽດນາມ ກ້າວໄປເຖິງກອງທັບຫຼວງ ແລະ ທັນສະໄໝ

      ຕໍ່ໜ້າບັນດາການປ່ຽນແປງຂອງໂລກ ແລະ ພາກພື້ນ, ຢືນຢູ່ຕໍ່ໜ້າບັນດາເງື່ອນໄຂ, ຄວາມຮຽກຮ້ອງຕ້ອງການໃໝ່ຂອງໜ້າທີ່ປົກປັກຮັກສາປະເທດຊາດ, ເລື່ອງສືບຕໍ່ສ້າງກອງທັບປະຕິວັດ, ກອງທັບຫຼວງ, ຊໍານານຮົບ, ທັນສະໄໝເທື່ອລະກ້າວ, ມຸ່ງໄປເຖິງການສ້າງກອງທັບຫຼວງ, ທັນສະໄໝໃນປີ 2030 ແມ່ນວິວັດການ ທີ່ຮຽກຮ້ອງຕ້ອງການທີ່ມີລັກສະນະແນ່ນອນຢ່າງພາວະວິໄສ.

(ພາບປະກອບ: luatvietnam.vn) 
      ວັນທີ 22 ທັນວາ ແມ່ນວັນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 76 ປີ (22/12/1944 – 22/12/2020). 76 ປີ ຜ່ານມາ, ພາຍໃຕ້ການນຳພາໂດຍກົງໃນທຸກດ້ານຂອງພັກຄອມມິນິດ ຫວຽດນາມ, ໂດຍໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ສິລະປະການທະຫານຂອງຊາດ ແລະ ໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ການສະໜັບສະໜູນຈາກເພື່ອນມິດສາກົນ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄຸນນະທາດຂອງກອງທະຫານປະຕິວັດ, ພ້ອມກັບທົ່ວປວງຊົນຍາດເອົາໄຊຊະນະມາອັນຍິ່ງໃຫຍ່ໃນພາລະກິດແຫ່ງການຕໍ່ສູ້ເພື່ອປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ເຮັດຫຼ້ອນໜ້າທີ່ສາກົນ.
        ດ້ວຍຫົວຂໍ້ “ກອງທັບກຽມພ້ອມກ້າວໄປເຖິງກອງທັບຫຼວງ ແລະ ທັນສະໄໝ”, ບົດນຳໃນໜັງສືພິມກອງທັບປະຊາຊົນ ສະບັບອອກວັນທີ 22 ທັນວາ ໄດ້ເນັ້ນໜັກວ່າ: ຕໍ່ໜ້າບັນດາການປ່ຽນແປງຂອງໂລກ ແລະ ພາກພື້ນ, ຢືນຢູ່ຕໍ່ໜ້າບັນດາເງື່ອນໄຂ, ຄວາມຮຽກຮ້ອງຕ້ອງການໃໝ່ຂອງໜ້າທີ່ປົກປັກຮັກສາປະເທດຊາດ, ເລື່ອງສືບຕໍ່ສ້າງກອງທັບປະຕິວັດ, ກອງທັບຫຼວງ, ຊໍານານຮົບ, ທັນສະໄໝເທື່ອລະກ້າວ, ມຸ່ງໄປເຖິງການສ້າງກອງທັບຫຼວງ, ທັນສະໄໝໃນປີ 2030 ແມ່ນວິວັດການ ທີ່ຮຽກຮ້ອງຕ້ອງການທີ່ມີລັກສະນະແນ່ນອນຢ່າງພາວະວິໄສ.
        ສື່ເອເລັກໂຕນິກ ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 22 ທັນວາ ໄດ້ລົງບົດຂຽນ ຂອງທ່ານພັນເອກ ຫງວຽນວັນເຊົ້າ, ຮອງຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ ດ້ວຍຫົວຂໍ້ “ຫັນກອງທັບເປັນທັນສະໄໝ ເພື່ອປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ “ແຕ່ຫົວທີ ແລະ ຈາກທາງໄກ””. ເປົ້າໝາຍຂອງການເພີ່ມທະວີກຳລັງແຮງໃນດ້ານປ້ອງກັນຊາດ ແລະ ຫັນກອງທັບປະຊາຊົນຫວຽດນາມ ເທື່ອລະກ້າວ ແມ່ນເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າສະກັດກັ້ນ, ບໍ່ປະໃຫ້ເກີດສົງຄາມ; ແຕ່ພ້ອມກັນນັ້ນ, ພ້ອມແລ້ວທີ່ຈະຕີຊະນະສັດຕູຜູ້ຮຸກຮານ ດ້ວຍອາວຸດເຕັກໂນໂລຢີສູງຂອງບັນດາກຳລັງເປັນປໍລະປັກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top