ນັບແຕ່ຕົ້ນເດືອນ ທັນວາ ປີ 2022, ນັກທ່ອງທ່ຽວ ມາຢ້ຽມຢາມ ອ່າວ ຫະລອງ ມໍລະດົກທຳມະຊາດໂລກ ສະເລ່ຍແລ້ວບັນລຸກວ່າ 3000 ເທື່ອຄົນ/ວັນ, ໃນນັ້ນ 2/3 ແມ່ນນັກທ່ອງທ່ຽວສາກົນ . ອ້າຍ ກິດຕິຊາຍ ຄຳມາກ ນັກທ່ອງທ່ຽວ ມາຈາກໄທ ແບ່ງປັນຄວາມຮູ້ສຶກເມື່ອໄດ້ກັບຄືນມາຢ້ຽມຢາມ ອ່າວ ຫະລອງ.
“ຂ້າພະເຈົ້າໄປຢ້ຽມຢາມ ອ່າວ ຫະລອງ ຫລາຍຄັ້ງແລ້ວ ແລະນີ້ແມ່ນສະຖານທີ່ຂ້າພະເຈົ້າເລືອກເຟັ້ນໃນການໄປທ່ຽວຢູ່ຕ່າງປະເທດເປັນຄັ້ງທຳອິດໃນປີນີ້. ຢູ່ ໄທ ກໍມີອ່າວທະເລ ແຕ່ບໍ່ມີຖ້ຳ. ແຕ່ລະເທື່ອທີ່ມານີ້ ຂ້າພະເຈົ້າຍາມໃດກໍ່ຢາກຄົ້ນຫາທິວທັດທຳມະຊາດ ແລະ ຍັງຢາກມາທ່ຽວຢູ່ນີ້ອີກຫລາຍໆຄັ້ງ”
ໃນໂອກາດບຸນປີໃຫມ່ສາກົນ 2023, ແຂວງ ກວ໋າງນິງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 106.000 ເທື່ອຄົນ, ໃນນັ້ນ ອ່າວ ຫະລອງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 13.500 ເທື່ອຄົນ, ຈຳນວນນັກທ່ອງທ່ຽວສາກົນຄາດກວ່າ ຈະບັນລຸກວ່າ 9.500 ເທື່ອຄົນ. ດ້ວຍພື້ນຖານໂຄງລ່າງຄົມມະນາຄົມສະດວກ ຈາກທາງບົກ ຕະຫລອດຮອດທາງການບິນ ພ້ອມກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ແຂວງ ກວ໋າງນິງ ນັບມື້ນັບກາຍເປັນສະຖານທີ່ ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ.
ນັບແຕ່ເມື່ອເປີດປະຕູທ່ອງທ່ຽວຄືນໃຫມ່ ແຕ່ວັນທີ 15 ມີນາ ຈົນໝົດປີ 2022, ແຂວງ ກວ໋າງນິງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 11,6 ລ້ານເທື່ອຄົນ, ທົບ 2,6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂະແຫນງທ່ອງທ່ຽວ ແຂວງ ກວ໋າງນິງ ໄດ້ກຽມພ້ອມຮັບປະກັນຈຳນວນນັກທ່ອງທ່ຽວອາດຈະເພີ່ມຂຶ້ນສູງ, ພິເສດ ພາຍຫລັງຈີນ ເລີ່ມຜ່ອນຜັນບາງມາດຕະການຄວບຄຸມຊາຍແດນ, ສະນັ້ນ ນັກທ່ອງທ່ຽວທີ່ມາຈາກຈີນ ຄາດວ່າຈະມາຢ້ຽມຢາມແຂວງ ກວ໋າງນິງ ເພີ່ມຂຶ້ນຢ່າງແຮງໃນໂອກາດບຸນເຕັດ. ທ່ານ ດວ່ານວັນຢູ໋ງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນເຮືອທ່ອງທ່ຽວ ອິນດູຈິນ, ບໍລິສັດຂົນສົ່ງນັກທ່ອງທ່ຽວຢູ່ ອ່າວ ຫະລອງ ຖືວ່າ:
“ຕະຫລາດຈີນ ແມ່ນມີຄວາມສຳຄັນສຳລັບ ຫວຽດນາມ ແລະ ແຂວງກວ໋າງນິງ. ປະຊາຄົມວິສາຫະກິດ ແຂວງ ກວ໋າງນິງ ມີຄວາມມຸ່ງຫວັງທີ່ສຸດ ເພາະວ່າ ນີ້ແມ່ນສິ່ງກະຕຸກຊຸກຍູ້ອັນໃຫຍ່ຫລວງ ຖ້າຫາກເປີດປະຕູຄືນໃຫມ່ ຈະຊ່ວຍໃຫ້ຂະແຫນງທ່ອງທ່ຽວ ແຂວງ ກວ໋າງນິງ ກັບມາເຄື່ອນໄຫວ 100% ຄືກ່ອນການເກີດໂລກລະບາດໂຄວິດ 19”
ປະຈຸບັນ ແຂວງ ກວ໋າງນິງ ໄດ້ອອກບັດນຳທ່ຽວໃຫມ່, ປ່ຽນບັດ ໃຫ້ຜູ້ນຳທ່ຽວ 245 ຄົນ, ອອກຫນັງສືອະນຸຍາດເຮັດບໍລິການທ່ອງທ່ຽວພາຍໃນປະເທດ 23 ສະບັບ ແລະ ເປີດບໍລິການ ຫ້ອງພັກເຊົາຢູ່ບໍລິເວນ 863 ຫ້ອງ. ບັນດາຮາກຖານບໍລິການທ່ອງທ່ຽວ ຢູ່ ມອງກາຍ ກໍ່ກຽມພ້ອມວິທີການເພື່ອຮັບປະກັນຄວາມປອດໄພ ເມື່ອຕ້ອນຮັບນັກທ່ອງທ່ຽວມາຈາກຈີນ. ທ່ານ ຫງວຽນເທເຫວະ ປະທານ ສະມາຄົມທ່ອງທ່ຽວ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຕັ້ງບັນຫາ ຍາມໃດກໍ່ຕ້ອງສ້າງຜະລິດຕະພັນໃຫມ່ ແລະ ສ້າງຜະລິດຕະພັນທ່ອງທ່ຽວໃຫ້ໄດ້ຫຼາຍປະເພດກວ່າອີກ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ກວ໋າງນິງ. ນີ້ແມ່ນວຽກງານຕ້ອງເຮັດຢ່າງຮີບດ່ວນ. ຕໍ່ມາ ແມ່ນເພີ່ມທະວີການສົມທົບ, ຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະຍາດແຍ່ງກາລະໂອກາດເປີດປະຕູ ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ”
ທ່ອງທ່ຽວໄດ້ກຳນົດ ເປັນຂະແຫນງເສດຖະກິດປາຍແຫລມ, ໄລຍະຜ່ານມາ ພັກ ແລະ ລັດ ໄດ້ປະກາດໃຊ້ຫລາຍນະໂຍບາຍສົ່ງເສີມ ແລະ ພັດທະນາ. ໂອກາດບຸນເຕັດ ຍາມໃດກໍ່ແມ່ນຊ່ວງເວລາຈຸດສູງ ເພືື່ອຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະຕ່າງປະເທດ ແລະ ກໍ່ແມ່ນຊ່ວງເວລາເລີ່ມຕົ້ນລະດູທ່ອງທ່ຽວໃຫມ່ຂອງ ແຂວງກວ໋າງນິງ ມຸ່ງໄປເຖິງຄາດໝາຍ ຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 12 ລ້ານເທື່ອຄົນ ໃນນັ້ນ ມີນັກທ່ອງທ່ຽວສາກົນ 2 ລ້ານເທື່ອຄົນ.