ຂ່າວສານ

ກວ໋າງນິງ ພ້ອມແລ້ວທີ່ຈະຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດບຸນເຕັດປີແມວ 2023

ໂດຍແມ່ນສູນທ່ອງທ່ຽວມີຊື່ສຽງຢູ່ເຂດພາກເຫນືອ, ແຂວງ ກວ໋າງນິງ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວພາຍໃນ ແລະ ສາກົນ. ໃນໂອກາດບຸນເຕັດປີແມວ 2023, ແຂວງ ກວ໋າງນິງ ຄາດວ່າ ຈະຕ້ອນຮັບນັກທ່ອງທ່ຽວໄດ້ເປັນຈຳນວນຫລາຍ. ແຂວງ ກວ໋າງນິງ ໄດ້ຂຶ້ນແຜນ ແລະ ກຽມພ້ອມທຸກເງື່ອນໄຂເພື່ອຕ້ອນຮັບ ແລະຮັບໃຊ້ນັກທ່ອງທ່ຽວ.
  ນັບແຕ່ເມື່ອເປີດປະຕູມາຮອດປະຈຸບັນ, ແຂວງ ກວ໋າງນິງຕ້ອນຮັບນັກທ່ອງທ່ຽວ 11,6 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2,6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. (ພາບ: VOV)  

ນັບແຕ່ຕົ້ນເດືອນ ທັນວາ ປີ 2022, ນັກທ່ອງທ່ຽວ ມາຢ້ຽມຢາມ ອ່າວ ຫະລອງ ມໍລະດົກທຳມະຊາດໂລກ ສະເລ່ຍແລ້ວບັນລຸກວ່າ 3000 ເທື່ອຄົນ/ວັນ, ໃນນັ້ນ 2/3 ແມ່ນນັກທ່ອງທ່ຽວສາກົນ . ອ້າຍ ກິດຕິຊາຍ ຄຳມາກ ນັກທ່ອງທ່ຽວ ມາຈາກໄທ ແບ່ງປັນຄວາມຮູ້ສຶກເມື່ອໄດ້ກັບຄືນມາຢ້ຽມຢາມ ອ່າວ ຫະລອງ.

 “ຂ້າພະເຈົ້າໄປຢ້ຽມຢາມ ອ່າວ ຫະລອງ ຫລາຍຄັ້ງແລ້ວ ແລະນີ້ແມ່ນສະຖານທີ່ຂ້າພະເຈົ້າເລືອກເຟັ້ນໃນການໄປທ່ຽວຢູ່ຕ່າງປະເທດເປັນຄັ້ງທຳອິດໃນປີນີ້. ຢູ່ ໄທ ກໍມີອ່າວທະເລ ແຕ່ບໍ່ມີຖ້ຳ. ແຕ່ລະເທື່ອທີ່ມານີ້ ຂ້າພະເຈົ້າຍາມໃດກໍ່ຢາກຄົ້ນຫາທິວທັດທຳມະຊາດ ແລະ ຍັງຢາກມາທ່ຽວຢູ່ນີ້ອີກຫລາຍຄັ້ງ”

ໃນໂອກາດບຸນປີໃຫມ່ສາກົນ 2023, ແຂວງ ກວ໋າງນິງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 106.000 ເທື່ອຄົນ, ໃນນັ້ນ ອ່າວ ຫະລອງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 13.500 ເທື່ອຄົນ, ຈຳນວນນັກທ່ອງທ່ຽວສາກົນຄາດກວ່າ ຈະບັນລຸກວ່າ 9.500 ເທື່ອຄົນ. ດ້ວຍພື້ນຖານໂຄງລ່າງຄົມມະນາຄົມສະດວກ ຈາກທາງບົກ ຕະຫລອດຮອດທາງການບິນ ພ້ອມກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ,  ແຂວງ ກວ໋າງນິງ ນັບມື້ນັບກາຍເປັນສະຖານທີ່ ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ.

ນັບແຕ່ເມື່ອເປີດປະຕູທ່ອງທ່ຽວຄືນໃຫມ່ ແຕ່ວັນທີ 15 ມີນາ ຈົນໝົດປີ 2022, ແຂວງ ກວ໋າງນິງ ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 11,6 ລ້ານເທື່ອຄົນ, ທົບ 2,6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຂະແຫນງທ່ອງທ່ຽວ ແຂວງ ກວ໋າງນິງ ໄດ້ກຽມພ້ອມຮັບປະກັນຈຳນວນນັກທ່ອງທ່ຽວອາດຈະເພີ່ມຂຶ້ນສູງ, ພິເສດ ພາຍຫລັງຈີນ ເລີ່ມຜ່ອນຜັນບາງມາດຕະການຄວບຄຸມຊາຍແດນ, ສະນັ້ນ ນັກທ່ອງທ່ຽວທີ່ມາຈາກຈີນ ຄາດວ່າຈະມາຢ້ຽມຢາມແຂວງ ກວ໋າງນິງ ເພີ່ມຂຶ້ນຢ່າງແຮງໃນໂອກາດບຸນເຕັດ. ທ່ານ ດວ່ານວັນຢູ໋ງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນເຮືອທ່ອງທ່ຽວ ອິນດູຈິນ, ບໍລິສັດຂົນສົ່ງນັກທ່ອງທ່ຽວຢູ່ ອ່າວ ຫະລອງ ຖືວ່າ:

 “ຕະຫລາດຈີນ ແມ່ນມີຄວາມສຳຄັນສຳລັບ ຫວຽດນາມ ແລະ ແຂວງກວ໋າງນິງ. ປະຊາຄົມວິສາຫະກິດ ແຂວງ ກວ໋າງນິງ ມີຄວາມມຸ່ງຫວັງທີ່ສຸດ ເພາະວ່າ ນີ້ແມ່ນສິ່ງກະຕຸກຊຸກຍູ້ອັນໃຫຍ່ຫລວງ ຖ້າຫາກເປີດປະຕູຄືນໃຫມ່ ຈະຊ່ວຍໃຫ້ຂະແຫນງທ່ອງທ່ຽວ ແຂວງ ກວ໋າງນິງ ກັບມາເຄື່ອນໄຫວ 100% ຄືກ່ອນການເກີດໂລກລະບາດໂຄວິດ 19”

ປະຈຸບັນ ແຂວງ ກວ໋າງນິງ ໄດ້ອອກບັດນຳທ່ຽວໃຫມ່, ປ່ຽນບັດ ໃຫ້ຜູ້ນຳທ່ຽວ 245 ຄົນ, ອອກຫນັງສືອະນຸຍາດເຮັດບໍລິການທ່ອງທ່ຽວພາຍໃນປະເທດ 23 ສະບັບ ແລະ ເປີດບໍລິການ ຫ້ອງພັກເຊົາຢູ່ບໍລິເວນ 863 ຫ້ອງ. ບັນດາຮາກຖານບໍລິການທ່ອງທ່ຽວ ຢູ່ ມອງກາຍ ກໍ່ກຽມພ້ອມວິທີການເພື່ອຮັບປະກັນຄວາມປອດໄພ ເມື່ອຕ້ອນຮັບນັກທ່ອງທ່ຽວມາຈາກຈີນ. ທ່ານ ຫງວຽນເທເຫວະ ປະທານ ສະມາຄົມທ່ອງທ່ຽວ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຕັ້ງບັນຫາ ຍາມໃດກໍ່ຕ້ອງສ້າງຜະລິດຕະພັນໃຫມ່ ແລະ ສ້າງຜະລິດຕະພັນທ່ອງທ່ຽວໃຫ້ໄດ້ຫຼາຍປະເພດກວ່າອີກ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ກວ໋າງນິງ. ນີ້ແມ່ນວຽກງານຕ້ອງເຮັດຢ່າງຮີບດ່ວນ. ຕໍ່ມາ ແມ່ນເພີ່ມທະວີການສົມທົບ, ຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະຍາດແຍ່ງກາລະໂອກາດເປີດປະຕູ ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ”

  ນັກທ່ອງທ່ຽວຢ້ຽມຢາມອ່າວ ຮ້າລອງ. (ພາບ:VOV)  

ທ່ອງທ່ຽວໄດ້ກຳນົດ ເປັນຂະແຫນງເສດຖະກິດປາຍແຫລມ, ໄລຍະຜ່ານມາ  ພັກ ແລະ ລັດ ໄດ້ປະກາດໃຊ້ຫລາຍນະໂຍບາຍສົ່ງເສີມ ແລະ ພັດທະນາ. ໂອກາດບຸນເຕັດ ຍາມໃດກໍ່ແມ່ນຊ່ວງເວລາຈຸດສູງ ເພືື່ອຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະຕ່າງປະເທດ ແລະ ກໍ່ແມ່ນຊ່ວງເວລາເລີ່ມຕົ້ນລະດູທ່ອງທ່ຽວໃຫມ່ຂອງ ແຂວງກວ໋າງນິງ ມຸ່ງໄປເຖິງຄາດໝາຍ ຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 12 ລ້ານເທື່ອຄົນ ໃນນັ້ນ ມີນັກທ່ອງທ່ຽວສາກົນ 2 ລ້ານເທື່ອຄົນ.


top