ປີ 2025, ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024 ແລະ ລື່ນ 17,5% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ກ່ຽວກັບການລົງທຶນຕ່າງປະເທດ (FDI), ທາງນະຄອນໄດ້ດຶງດູດຍອດເງິນລົງທຶນກວ່າ 3,39 ຕື້ USD; ໃນນັ້ນ, ອອກໃຫ້ໃໝ່ 210 ໂຄງການ ດ້ວຍທຶນຈົດທະບຽນ 1,93 ຕື້ USD.
ຢືນອັນດັບທີ 1 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີຫຼາຍໂຄງການໃໝ່ໄດ້ຮັບອະນຸຍາດຢູ່ HEPZA ແມ່ນ ຮົ່ງກົງ (ຈີນ) ດ້ວຍ 66 ໂຄງການ, ມີຍອດເງິນລົງທຶນເກືອບ 392 ຕື້ USD; ຖັດຈາກນັ້ນແມ່ນ ຈີນ, ສິງກະໂປ ຕາມລຳດັບ. ບັນດາໂຄງການດຶງດູດນັກລົງທຶນຕ່າງປະເທດຫຼາຍທີ່ສຸດແມ່ນຂຶ້ນກັບຂົງເຂດກົນຈັກ, ຖັດມາແມ່ນຂະແໜງຢາງ - ປຼາດສະຕິກ, ເອເລັກໂຕນິກ… ກ່ຽວກັບການລົງທຶນຢູ່ພາຍໃນປະເທດ, ທາງນະຄອນໄດ້ດຶງດູດເງິນລົງທຶນປະມານ 1,9 ລ້ານ USD, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ປີ 2024.
ໃນໄລຍະຈະມາເຖິງ, ຄາດວ່າ HEPZA ຈະກໍ່ສ້າງ ແລະ ຜັນຂະຫຍາຍບັນດາແຜນການເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ ແລະ ສ້າງໂຄງປະກອບບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຄືນໃໝ່, ຕິດພັນກັບການພັດທະນາອຸດສາຫະກຳເຕັກໂນໂລຊີສູງ, ອັດສະລິຍະ ພາຍຫຼັງທີ່ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອະນຸມັດ.







