
ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຄົນທໍາອິດ ມາອວຍພອນປີໃໝ່ຢູ່ດິນແດນກວາງນິງ
ຕອນເຊົ້າວັນທີ 5 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ຢູ່ທ່າກໍ່າປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ, ຄະນະກໍາມະການປະຊາຊົນແຂວງກວາງນິງ ໄດ້ຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວຄົນທໍາອິດ ມາທ່ຽວຊົມ ໝາຍເຖິງມາອວຍພອນປີໃໝ່ໃນຈຸດເວລາທໍາອິດ ຢູ່ອ່າວຮ້າລອງ. ຄະນະນັກທ່ອງທ່ຽວມາທ່ຽວຊົມ ຢູ່ກວາງນິງ ແມ່ນມາຈາກໄຕ້ຫວັນ, ຈີນ. ແຂກທ່ອງທ່ຽວເຫຼົ່ານັ້ນ ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມປະທັບໃຈທີ່ສຸດ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທໍາຂອງຊາດຫວຽດນາມ.
“ຂ້າພະເຈົ້າໄດ້ເລືອກເອົາກວາງນິງ ມາທ່ຽວຊົມ ແລະ ມີຄວາມຕົກສະເງີ້ ເມື່ອໄດ້ຮັບຊອງເງິນອອຍພອນປີໃໝ່. ນີ້ຈະແມ່ນອະນຸສອນ ຍາກທີ່ລື່ມໄດ້ສໍາລັບຄອບຄົວຂ້າພະເຈົ້າ.”ໂດຍໄດ້ມີໜ້າແຕ່ເຊົ້າ ເພື່ອມອບຊໍ່ດອກໄມ້ໃຫ້ແກ່ແຂກທ່ອງທ່ຽວ, ທ່ານນາງ ຫວູທິທູຖຸຍ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ ໄດ້ສົ່ງຄໍາອວຍພອນປີໃໝ່່ ແລະ ກ່າວຄໍາຂອບໃຈແກ່ຄະນະນັກທ່ອງທ່ຽວ ທີ່ໄດ້ເລືອກເອົາຮ້າລອງ ມາທ່ອງທ່ຽວ ໃນປີໃໝ່.
“ໃນຈຸດເວລາທໍາອິດຂອງວັນທີ 01 ບຸນເຕັດ, ພວກຂ້າພະເຈົ້າໄດ້ຕ້ອນຮັບບັນດາຄະນະນັກທ່ອງທ່ຽວມາທ່ຽວຊົມ, ເຂົາເຈົ້າມີຄວາມເບີກບານມ່ວນຊືນ ແລະ ໄດ້ນໍາຄວາມໂຊກດີມາສູ່ຮ້າລອງ. ຄາດວ່າ ໃນປີນີ້ ແຂວງກວາງນິງ ຈະໄດ້ຮັບບັນດາໝາກຜົນດີກວ່າເກົ່າ ໃນຂົງເຂດການທ່ອງທ່ຽວ ແລະ ການບໍລິການ.”
(ແຫຼ່ງຄັດຈາກ VOV)