• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງນິງກຽມພ້ອມຈັດຕັ້ງເວທີປາໄສທ່ອງທ່ຽວອາຊຽນ 2019

      ມາຮອດຈຸດເວລານີ້,  ວຽກງານກະກຽມໃຫ້ແກ່ເວທີປາໄສທ່ອງທ່ຽວອາຊຽນ (ATF) 2019 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 18 ມັງກອນ ຈະມາເຖິງຢູ່ນະຄອນຮ້າລອງ, ແຂວງກວາງນິງ ໄດ້ສຳເລັດແລ້ວ.
ທຸກວຽກງານກະກຽມກ່ຽວກັບສະຖານທີ່ຈັດຕັ້ງບັນດາເຫດການ, ບັນດາສະຖານທີ່ທ່ອງທ່ຽວ, ບັນດາສະຖານທີ່ພັກເຊົ່າ… ເຊິ່ງກວາງນິງ ໄດ້ສົມທົບກັບກົມໃຫຍ່ທ່ອງທ່ຽວ ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັງຄັດເພື່ອຕ້ອນຮັບ ແລະ ຮັບໃຊ້ຜູ້ແທນເກືອບ 2.000 ຄົນທີ່ເຂົ້າຮ່ວມ ATF 2019. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວ ແຂວງກວາງນິງ, ໃຫ້ຮູ້ວ່າ.
        “ນີ້ແມ່ນໂອກາດທີ່ດີເພື່ອໃຫ້ແຂວງກວາງນິງ ສືບຕໍ່ເປີດກວ້າງການໂຄສະນາພາບພົດທ່ອງທ່ຽວກວາງນິງ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ. ມາຮອດຈຸດເວລານີ້, ອາດເວົ້າໄດ້ວ່າ ວຽກງານກະກຽມໄດ້ສຳເລັດແລ້ວ. ພວກຂ້າພະເຈົ້າພວມກວດກາຄືນທຸກວຽກງານ ເພື່ອຮັບປະກັນໃຫ້ ATF 2019 ປະຕິບັດເປັນຢ່າງດີທີ່ສຸດ”.
 (ແຫຼ່ງຄັດຈາກ VOV)

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top