ຂ່າວສານ ກວາງນິງກຽມພ້ອມຈັດຕັ້ງເວທີປາໄສທ່ອງທ່ຽວອາຊຽນ 2019 13/01/2019 ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ເວທີປາໄສທ່ອງທ່ຽວອາຊຽນ (ATF) 2019 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 18 ມັງກອນ ຈະມາເຖິງຢູ່ນະຄອນຮ້າລອງ, ແຂວງກວາງນິງ ໄດ້ສຳເລັດແລ້ວ. ທຸກວຽກງານກະກຽມກ່ຽວກັບສະຖານທີ່ຈັດຕັ້ງບັນດາເຫດການ, ບັນດາສະຖານທີ່ທ່ອງທ່ຽວ, ບັນດາສະຖານທີ່ພັກເຊົ່າ… ເຊິ່ງກວາງນິງ ໄດ້ສົມທົບກັບກົມໃຫຍ່ທ່ອງທ່ຽວ ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັງຄັດເພື່ອຕ້ອນຮັບ ແລະ ຮັບໃຊ້ຜູ້ແທນເກືອບ 2.000 ຄົນທີ່ເຂົ້າຮ່ວມ ATF 2019. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວ ແຂວງກວາງນິງ, ໃຫ້ຮູ້ວ່າ. “ນີ້ແມ່ນໂອກາດທີ່ດີເພື່ອໃຫ້ແຂວງກວາງນິງ ສືບຕໍ່ເປີດກວ້າງການໂຄສະນາພາບພົດທ່ອງທ່ຽວກວາງນິງ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ. ມາຮອດຈຸດເວລານີ້, ອາດເວົ້າໄດ້ວ່າ ວຽກງານກະກຽມໄດ້ສຳເລັດແລ້ວ. ພວກຂ້າພະເຈົ້າພວມກວດກາຄືນທຸກວຽກງານ ເພື່ອຮັບປະກັນໃຫ້ ATF 2019 ປະຕິບັດເປັນຢ່າງດີທີ່ສຸດ”. (ແຫຼ່ງຄັດຈາກ VOV)

ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ເວທີປາໄສທ່ອງທ່ຽວອາຊຽນ (ATF) 2019 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 18 ມັງກອນ ຈະມາເຖິງຢູ່ນະຄອນຮ້າລອງ, ແຂວງກວາງນິງ ໄດ້ສຳເລັດແລ້ວ. ທຸກວຽກງານກະກຽມກ່ຽວກັບສະຖານທີ່ຈັດຕັ້ງບັນດາເຫດການ, ບັນດາສະຖານທີ່ທ່ອງທ່ຽວ, ບັນດາສະຖານທີ່ພັກເຊົ່າ… ເຊິ່ງກວາງນິງ ໄດ້ສົມທົບກັບກົມໃຫຍ່ທ່ອງທ່ຽວ ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັງຄັດເພື່ອຕ້ອນຮັບ ແລະ ຮັບໃຊ້ຜູ້ແທນເກືອບ 2.000 ຄົນທີ່ເຂົ້າຮ່ວມ ATF 2019. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວ ແຂວງກວາງນິງ, ໃຫ້ຮູ້ວ່າ. “ນີ້ແມ່ນໂອກາດທີ່ດີເພື່ອໃຫ້ແຂວງກວາງນິງ ສືບຕໍ່ເປີດກວ້າງການໂຄສະນາພາບພົດທ່ອງທ່ຽວກວາງນິງ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ. ມາຮອດຈຸດເວລານີ້, ອາດເວົ້າໄດ້ວ່າ ວຽກງານກະກຽມໄດ້ສຳເລັດແລ້ວ. ພວກຂ້າພະເຈົ້າພວມກວດກາຄືນທຸກວຽກງານ ເພື່ອຮັບປະກັນໃຫ້ ATF 2019 ປະຕິບັດເປັນຢ່າງດີທີ່ສຸດ”. (ແຫຼ່ງຄັດຈາກ VOV)