• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງງ້າຍ ຍູ້ແຮງການນຳໃຊ້ການຫັນເປັນດີຈີຕອນຕ້ານການຂຸດຄົ້ນ IUU

100% ຍານພະຫະນະໃນບໍລິເວນລ້ວນແຕ່ມີຂໍ້ມູນຢ່າງຄົບຖ້ວນ. ບັນດາເອກະສານກ່ຽວຂ້ອງເຖິງກຳປັ່ນຫາປາ ແລະ ຍານພາຫະນະກ່ອນທີ່ຈະອອກຈາກທ່າເຮືອ ກຳລັງປ້ອງກັນຊາຍແດນ ລ້ວນແຕ່ຕ້ອງໄດ້ການກວດກາ
  (ກຳປັ່ນຫາປາຂອງ​ຊາວ​ປະ​ມົງແຂວງ​ ກ​ວາງ​ງ້າຍ)  

ແຂວງ ກວາງ​ງ້າຍ ໄດ້​ຮັດ​ແໜ້ນ​ວຽກ​ງານ​ຕ້ານການຫາ​ປາ​​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ແລະ ເດັດ​ດຽວ​ແກ້​ໄຂ​ກຳ​ປັ່ນ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວຢ່າງ​ຄົບ​ຖ້ວນ. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ​ຢ່າງ​ຮອບ​ດ້ານ, ​ນັບ​ແຕ່​ການກວດ​ກາ​ເຕັກ​ນິກ​ກຳ​ປັ່ນ​ຫາ​ປາ, ຕິດ​ຕາມ​ການ​ເຄື່​ອນ​ໄຫວ​ຂຸດ​ຄົ້ນ​ຢູ່​ທະ​ເລ, ​ຕະ​ຫຼອດ​ຮອດ​ການ​ຄົ້ນຫາ​ຕົ້ນ​ກຳ​ເນີດ​ສິນ​ໃນ​ນ້ຳ ເພື່ອ​ແນ​ໃສ່​ຍົກ​ສ​ູງ​ປ​ະ​ສິ​ດ​ທິ​ຜົນ​ການ​ຄຸ​້​ມ​ຄ​ອງ ແລະ ສະ​ກັດ​ກັ້ນ​ການ​ຂຸ​ດ​ຄົ້ນ IUU.

ທ່ານ​ພັນ​ຈັດ​ຕະ​ວາ ເລ​ແທັ່ງ​ດ້າວ, ພາ​ລະ​ກອນ​ປ້ອມກວດ​ກາ​ຊາຍ​ແດນ ອານ​ຫາຍ, ປ້ອມ​ປ້ອງ​ກັນ​ຊາຍ​ແດນ ລີ​ເຊີນ, ແຂວງ ກວາງ​ງ້າຍ, ໃຫ້​ຮູ້​ວ່າ:

“100% ຍານ​ພະ​ຫະ​ນະ​ໃນ​ບໍ​ລິ​ເວນ​​ລ້ວນ​ແຕ່​ມີ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ. ບັນ​ດາ​ເອ​ກະ​ສານ​ກ່ຽວ​ຂ້ອງ​ເຖິງ​ກຳ​ປັ່ນ​ຫາ​ປາ ແລະ ຍານ​ພາ​ຫະ​ນະ​ກ່ອນ​ທີ່​ຈະ​ອອກ​​ຈາກທ່າ​ເຮືອ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ລ້ວນ​ແຕ່​ຕ້ອງ​ໄດ້​ການກວດ​ກາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ໃນ​ວິ​ວັດ​ການ​ທີ່​ກຳ​ປັ່ນ​ເຄື່ອນ​ໄຫວ​ຢູ່​ທະ​ເລ, ພິ​ເສດ​ແມ່ນ​ຢູ່​ໄກ​ຝັ່ງ, ທະ​ຫານ​ຊາຍ​ແດນ​ຈະ​ດຳ​ເນີນ​ການກວດ​ກາ​ບັນ​ດາ​ເຄື່ອງ​ຕິດ​ຕ​າມ​ການ​ເດີນ​ທາງ ແລະ ຮັກ​ສາ​ການກວດ​ກາ 24/24 ຊົ່ວ​ໂມງ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top