• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດ​ສຸ​ຂະ​ພາບ, ກະ​ກ​ຽມ​ໃຫ້​ແກ່​ການ​​ທົດ​ລອງສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໄລ​ຍະ​ທີ 2

ວິທະຍາຄານເສນາຮັກ ແລະ ສະຖາບັນ Pauster ນະຄອນໂຮ່ຈີມິນ ໄດ້ດຳເນີນການກວດສຸຂະພາບ ເພື່ອກະກຽມໃຫ້ແກ່ການທົດລອງວັກຊິນ Nanocovax ກັນພະຍາດໂຄວິດ - 19  ຂອງບໍລິສັດ  Nanogen ໄລຍະ ທີ 2 ຂອງ ຫວຽດນາມ. 
ຜູ້ອຳນວຍການວິທະຍາຄານເສນາຮັກ ລົງກວດກາວຽກງານກວດສຸຂະພາບ ກະກຽມດຳເນີນການທົດລອງສັກວັກຊິນກັນພະຍາດໂຄວິດ - 19 ໄລຍະ ທີ 2 (ພາບ: qdnd.vn)

ວັນທີ 24 ກຸມພາ, ວິທະຍາຄານເສນາຮັກ ແລະ ສະຖາບັນ Pauster ນະຄອນໂຮ່ຈີມິນ ໄດ້ດຳເນີນການກວດສຸຂະພາບ ເພື່ອກະກຽມໃຫ້ແກ່ການທົດລອງວັກຊິນ Nanocovax ກັນພະຍາດໂຄວິດ - 19  ຂອງບໍລິສັດ  Nanogen ໄລຍະ ທີ 2 ຂອງ ຫວຽດນາມ. ຄາດວ່າ ໄລຍະດັ່ງກ່າວ ຈະຫຼຸດເວລາລົງເຫຼືອພຽງ 3 ເດືອນ, ແທນທີ່ຈະແກ່ຍາວໃນເວລາ 6 ເດືອນຕາມແຜນການເບື້ອງຕົ້ນ.

         ທ່ານ ຫງວຽນໂງກວາງ, ຮອງຫົວໜ້າກົມວິສາຫະກິດເຕັກໂນໂລຢີ ແລະ ບຳລຸງສ້າງ, ກະຊວງສາທາລະນະສຸກໃຫ້ຮູ້ວ່າ, ຄາດວ່າ ວັນທີ 26 ກຸມພາ ຈະທົດລອງສັກວັກຊິນ Nanocovax  ເຂັມທຳທິດຂອງໄລຍະທີ 2, ເຊິ່ງຖືກຕາມຄວາມຄືບໜ້າ ແລະ ໃນທ້າຍເດືອນ ມີນາ 2021 ຈະສັກເຂັມທີ 2. ຮອດເດືອນ ພຶດສະພາ, ຖ້າຫາກວ່າ ໝາກຜົນການທົດລອງຂອງໄລຍະທີ 2 ໃຫ້ຜົນດີນັ້ນ ຈະສືບຕໍ່ທົດລອງໄລຍະທີ 3. ຖ້າຫາກວ່າເປັນໄປດ້ວຍດີ, ທ້າຍປີ 2021 ນີ້ ຫວຽດນາມຈະຜະລິດວັກຊິນດັ່ງກ່າວ. ນອກຈາກນັ້ນ, ວັກຊິນກັນພະຍາດໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ - ວັນຊິນ Covivax ຂອງ ບໍລິສັດ IVAC ກໍຈະດຳເນີນການທົດລອງໄລຍະທີ 1 ໃນຮ່າງກາຍຂອງຄົນ ໃນເດືອນ ກຸມພານີ້. ສ່ວນລາຍການທົດລອງວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ VABIOTECH ກໍຈະໄດ້ເລີ່ມທົດລອງໃນວັນທີ 1 ມີນາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top