ມາຍັງໝູ່ບ້ານຕໍ່າຜ້າ ລຸ່ງຕ໋າມ, ນັກທ່ອງທ່ຽວຈະໄດ້ເຫັນກັບຕາ ຄວາມຂະຫຍັນຜຽນ ໃນຊີວິດປະຈຳວັນຂອງ ຊາວທ້ອງຖິ່ນ ຢູ່ທີ່ ນີ້. ແມ່ຍິງຊົນເຜົ່າ ມົ້ງ ທ່ີຂະຫຍັນໝັ່ນພຽນ ນັ່ງຢູ່ຕໍ່ໜ້າກີ່ຕໍ່າຫູກ, ຜະລິດອອກມາ ບັນດາ ຜືນຜ້າພື້ນເມືອງ ທີ່ສວຍງາມ. ສຳລັບ ແມ່ຍິງເຜົ່າ ມົ້ງ, ຜະລິດໄດ້ຜ້າ ປໍປ່ານ ທີ່ດີຜືນໜຶ່ງ ແມ່ນຄວາມ ເອກອ້າງທະນົງໃຈ.
ວັດຖຸດິບຕົ້ນຕໍ ເພື່ອຕໍ່າຜ້າ ຢູ່ ລຸ່ງຕ໋າມ ແມ່ນເສັ້ນ ປໍປ່ານ. ແມ່ຍິງ ເຜົ່າ ມົ້ງ ເມື່ອເປັນຜູ້ໃຫຍ່ແລ້ວ ຈະມີໄຮ່ ເປັນຂອງຕົນເອງ ເພື່ອ ປູກ ປໍປ່ານ. ປໍປ່ານ ຫຼັງຈາກທີ່ເກັບມາ ຈະໄດ້ຄັດເລືອກຢ່າງລະ ອຽດ ແລ້ວເອົາໄປແຊ່ນໍ້າ ແລະ ດຶງເປັນເສັ້ນໄຍນ້ອຍໆ. ຈາກນັ້ນ, ເສັ້ນ ປໍປ່ານ ຈະໄດ້ມ້ວນໃສ່ບັນດາກອບໝູນ. ເພື່ອເຮັດໃຫ້ເສັ້ນ ປໍປ່ານ ໄດ້ອ່ອນນຸ້ມ, ແມ່ຍິງເຜົ່າ ມົ້ງ ມັກເອົາໄປລວກ ຫຼື ໜຶ້ງ. ຊາວບ້ານ ລຸ່ງຕ໋າມ ຍ້ອມສີໃຫ້ເສັ້ນ ປໍປ່ານ ດ້ວຍສີທີ່ມີຈາກທຳ ມະຊາດເຊັ່ນ: ໃບໄມ້ທ່ີນໍາມາຈາກປ່າ, ໄມ້ ແລະ ຮັບປະກັນບໍ່ ນຳໃຊ້ສານເຄມີ.
ວັດຖຸດິບຕົ້ນຕໍ່ ເພື່ອຜະລິດແພພື້ນເມືອງ ແມ່ນເສັ້ນ ປໍປ່ານ. ຕົ້ນ ປໍປ່ານ ໄດ້ປູກຢູ່ຕາແສງ ຫຼື ເຂດແຄ້ວນທີ່ໃກ້ຄຽງ ແລະ ໄດ້ ຄັດເລືອກຢ່າງລະອຽດ, ຫຼັງຈາກເອົາໄປແຊ່ນໍ້າແລ້ວ ຈະດຶງ ເປັນເສັ້ນໄຍນ້ອຍໆ. ພາບ: ແທງຢາງ/VNP
ການຖັກແສ່ວຢູ່ໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ຮ່າຢາງ ອາຊີບຫັດຖະກຳໜຶ່ງທີ່ມີປະຫວັດສາດມາແຕ່ດົນນານ, ບໍ່ພຽງແຕ່ກໍ່ສ້າງລາຍຮັບໃຫ້ບັນດາຄອບຄົວຢູ່ໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ເທົ່ານັ້ນ. ແຕ່ຍັງປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາວເຜົ່າ ມົ້ງ ອີກດ້ວຍ. ພາບ: ແທງຢາງ/VNP
ຂັ້ນຕອນການຜະລິດເສັ້ນໄຍ. ພາບ: ແທງຢາງ/VNP
ເພື່ອໃຫ້ໄດ້ຜະລິດຕະພັນສໍາເລັດຮູບ, ມັນຈໍາເປັນຕ້ອງຜ່ານຂັ້ນຕອນທີ່ລະອຽດອ່ອນຫຼາຍ. ພາບ: ແທງຢາງ/VNP
ຈຸດເດັ່ນຂອງຜະລິດຕະພັນແມ່ນຜ້າ ປໍປ່ານ 100% ແລະ ແມ່ນເຮັດດ້ວຍມື. ພາບ: ແທງຢາງ/VNP
ຊາວເຜົ່າ ມົ້ງ ຢູ່ ລຸ່ງຕ໋າມ ມັກຜ້າ ປໍປ່ານ ກວ່າຝ້າຍ, ເຊື່ອວ່າຜ້າ ປໍປ່ານ ແມ່ນທົນທານກວ່າຝ້າຍ.
ຍິ່ງໄປກວ່ານັ້ນ, ໃນທາງວິນຍານ, ພວກເຂົາຄິດວ່າ ຜ້າ ປໍປ່ານ ແມ່ນຂົວເຊື່ອມຕໍ່ລະຫວ່າງມະນຸດ ແລະ ໂລກທາງວິນຍານ. ພາບ: ແທງຢາງ/VNP
ຊາວເຜົ່າ ມົ້ງ ຢູ່ ລຸ່ງຕ໋າມ ຍັງມີເຕັກນິກການຍ້ອມສີ ດ້ວຍ ນຳ້ຄາມ ທີ່ບໍ່ມີບ່ອນໃດມີ. ຍ້ອມສີດ້ວຍນຳ້ຄາມ ເປັນວຽກເຮັດ ທີ່ຍາກ, ໃຊ້ເວລາຫຼາຍ ແລະ ຕ້ອງມີຄວາມອົດທົນສູງ. ພາບ: ແທງຢາງ/VNP
ຊາວບ້ານ ລຸ່ງຕ໋າມ ຍ້ອມສີໃຫ້ເສັ້ນ ປໍປ່ານ ດ້ວຍສີທີ່ມີຈາກທຳ ມະຊາດເຊັ່ນ: ໃບໄມ້ທ່ີນໍາມາຈາກປ່າ, ໄມ້ ແລະ ຮັບປະກັນບໍ່ ນຳໃຊ້ສານເຄມີ. ພາບ: ແທງຢາງ/VNP
|
ຊາວເຜົ່າ ມົ້ງ ຕໍ່າຜ້າ ດ້ວຍກີ່ຕໍ່າຫູກ. ຫຼັງຈາກທີ່ຕໍ່າອອກມາ ຜ້າ ຜືນໜຶ່ງ, ເຂົາເຈົ້າຈະເອົາໄປຊັກຫຼາຍເທື່ອເພື່ອໃຫ້ມັນຂາວ. ຕໍ່ ຈາກນັ້ນ ຈະວາງເທິງໄມ້ທ່ອນກົມ ແລ້ວໃສ່ຫີນ ຕິດຂີ້ເຜີ້ງ ຖູໄປ ຖູມາ ຈົນເຖິງຜືນຜ້າອ່ອນນຸ້ມ ແລະ ເສັ້ນໄຍເຫຼື້ອມຍິ່ງຂຶ້ນ. ຕໍ່ໄປ ແມ່ນນໍາເອົາ ຜືນຜ້າ ໄປແຊ່ໃນນໍ້າຄາມ ປະມານ 1 ຊົ່ວໂມງ ແລ້ວ ເອົາໄປຕາກ, ຫຼັງຈາກຜືນຜ້າສະເດັດນໍ້າແລ້ວ ຈະເອົາໄປ ແຊ່ ໃນນໍ້າຄາມຕໍ່, ຂັ້ນຕອນດັ່ງກ່າວ ໄດ້ເຮັດໄປເຮັດມາ 5-6 ເທື່ອ. ຫຼັງຈາກນັ້ນ, ຜືນຜ້າ ຈະໄດ້ເອົາໄປຍ້ອມສີ, ການຍ້ອມສີ ຈະຂຶ້ນກັບສະພາບອາກາດ, ຖ້າອາກາດຮ້ອນ ໃຊ້ເວລາພຽງ 3-4 ມື້ກໍ່ແຫ້ງ, ຖ້າຝົນຕົກ ອາດຈະຕ້ອງແກ່ຍາວເຖິງ 2-3 ເດືອນ. ກໍ່ຍ້ອນຂັ້ນຕອນການຍ້ອມສີ ໄດ້ປະຕິບັດຢ່າງລະອຽດ ຮອບຄອບ ເຊິ່ງເຮັດໃຫ້ສີຄາມ ເທິງຜືນຜ້າ ຂອງຊົນເຜົ່າ ມົ້ງ ມີສີສັນທີ່ສົດໃສ ແລະ ມີຄວາມທົນທານສູງ.
ໜຶ່ງໃນບັນດາຈຸດພິເສດ ຂອງ ປໍປ່ານ ລຸ່ງຕ໋າມ ແມ່ນການຕົກ ແຕ່ງ ລາຍດອກ. ບັນດາລວດລາຍລ້ວນແຕ່ໄດ້ ເຮັດແບບຫັດຖະ ກຳ. ຊົນເຜົ່າ ມົ້ງ ປະດິດສ້າງວິທີການນຳໃຊ້ຂີ້ເຜີ້ງ ເພື່ອ ແຕ້ມໃສ່ ຜືນຜ້າສີຂາວ ຕາມຮູບທໍ່ກົມ ຫຼື ຮູບຈະຕຸລັດ, ສົມສ່ວນກັນຊ່ວຍ ເຮັດໃຫ້ລາຍດອກເທິງຜ້າທຸກຜືນ ມີຄວາມທົນທານສູງ. ນີ້ແມ່ນ ຂັ້ນຕອນຍາກ, ຮຽກຮ້ອງໃຫ້ມີຄວາມລະອຽດລະອໍ, ຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ຂອງນາຍຊ່າງ.
ບັນດາຜະລິດຕະພັນຂອງໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ຢູ່ ຮ່າຢາງ ສ່ວນຫຼາຍແມ່ນສົ່ງອອກໄປຕະຫຼາດຕ່າງປະເທດ, ບໍ່ຄ່ອຍປະກົດຕົວຢູ່ຕະຫຼາດພາຍໃນ.
ສະນັ້ນ, ຫຼາຍຄົນອາດບໍ່ຮູ້ຈັກເຄື່ອງຫັດຖະກຳທີ່ງົດງາມເຫຼົ່ານີ້. ພາບ: ແທງຢາງ/VNP
ບັນດາຜະລິດຕະພັນຂອງໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ຄື: ໂສ້ງເສື້ອ, ກະເປົ້າເງິນ, ຜ້າພັນຄໍ, ຜ້າຫົ່ມ, ຜ້າປູໂຕະ... ພາບ: ແທງຢາງ/VNP
|
ໝູ່ບ້ານອາຊີບຕໍ່າແພພື້ນເມືອງ ລຸ່ງຕ໋າມ ປັດຈຸບັນ ມີຜະລິດຕະ ພັນຫຼາຍປະເພດເຊັ່ນ: ໂສ້ງ-ເສື້ອ, ກະເປົາຫີ້ວ, ກະເປົາເງິນ.. ຜະລິດຕະພັນ ແຕ່ລະຢ່າງ ລ້ວນແຕ່ໄດ້ຊາວທ້ອງຖິ່ນ ເຮັດແຕ່ຂັ້ນ ຕອນທຳອິດ, ສະແດງໃຫ້ເຫັນວັດທະນະທຳ ຂອງຜູ້ຄົນທີ່ອາໄສ ເທິງ ເຂດພູພຽງຫີນ ຮ່າຢາງ.
ບໍ່ພຽງແຕ່ຕິດຕາມນັກທ່ອງທ່ຽວ ໄປຍັງທຸກແຫ່ງຫົນ ໃນທົ່ວ ປະເທດເທົ່ານັ້ນ, ຜະລິດຕະພັນ ຂອງ ໝູ່ບ້ານອາຊີບ ຕໍ່າຜ້າ ລຸ່ງ ຕ໋າມ ຍັງໄດ້ສົ່ງອອກໄປຍັງກວ່າ 20 ປະເທດໃນໂລກເຊັ່ນ: ສ ອາ ເມລິກາ, ຍີ່ປຸ່ນ, ສະວິດ... ເຖິງຈະຢູ່ໃສ, ບັນດາຜະລິດຕະພັນ ຂອງ ຊາວບ້ານ ລຸ່ງຕ໋າມ ກໍ່ໄດ້ຮັບຄວາມນິຍົມຊົມຊອບ ດ້ວຍຈຸດ ພິເສດ ນັບແຕ່ວັດຖຸດິບ ເຖິງລາຍດອກທີ່ສົດໃສ.