• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ - DIFF ປີ 2026

ງານ​ບຸ​ນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ນະ​ຄອນ ດ່າ​ໜັງ ປີ 2026 ເຕົ້າ​ໂຮມ 10 ທິມ ມາ​ຈາກ 8 ປະ​ເທດ ແລະ ເຂດ​ແຄວ້ນ ລວມ​ມີ: ຫວຽດ​ນາມ, ຈີນ, ອີ​ຕາ​ລີ, ເຢຍ​ລະ​ມັນ, ປ​ອັກ​ຕຸຍ​ການ, ຝ​ລັ່ງ, ຍີ່​ປຸ່ນ , ມາ​ເກົາ (ຈີນ) ແລະ ອົດ​ສະ​ຕາ​ລີ.
ລາຍ​ການ​ຍິງ​ບັ້ງ​ໄຟ​ດອກ​ຂອງ​ທິມ ດ່າ​ໜັງ. ພາບ: : Trần Lê Lâm - TTXVN

ງານ​ບຸ​ນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ນະ​ຄອນ ດ່າ​ໜັງ ປີ 2026 (DIFF 2026) ດ້ວຍ​ຫົວ​ຂໍ້ “ດ່າ​ໜັງ - ບ່ອນ​ທີ່​ບັນ​ດາ​ປະ​ເທດ​ເຊື່ອມ​ຕໍ່​ກັນ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ໂດຍ​ເຕົ້າ​ໂຮມ 10 ທິມ ມາ​ຈາກ 8 ປະ​ເທດ ແລະ ເຂດ​ແຄວ້ນ ລວມ​ມີ: ຫວຽດ​ນາມ, ຈີນ, ອີ​ຕາ​ລີ, ເຢຍ​ລະ​ມັນ, ປ​ອັກ​ຕຸຍ​ການ, ຝ​ລັ່ງ, ຍີ່​ປຸ່ນ , ມາ​ເກົາ (ຈີນ) ແລະ ອົດ​ສະ​ຕາ​ລີ.

ເມື່ອ​ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ນະ​ຄອນ ດ່າ​ໜັງ ຫງວຽນ​ແມ້ງ​ຮຸ່ງ ໄດ້​ເນັ້ນ​ໜັ້ກ​ວ່າ ​ຫົວ​ຂໍ້ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ປີ 2026 ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ກ່ຽວ​ກັບ​ພາບ​ພົດ​ຂອງ​ນະ​ຄອນ ດ່າ​ໜັງ​ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ບ່ອນ​ເຊື່ອ​ມ​ຕໍ່​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ປະ​ດິດ​ຄິດ​ສ້າງ ແລະ ການ​ຮ່ວມ​ມື​ສາ​ກົນ. ກ້າວ​ເຂົ້າ​ສູ່​ລະ​ດູ​ງານ​ບຸນ​ຄັ້ງ​ທີ 14, ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ນະ​ຄອນ ດ່າ​ໜັງ ຖືກ​ວາ​ລະ​ສານ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ Travel + Leisure ຄັດ​ເລືອກເປັນ​ໜຶ່ງ​ໃນ​ 9 ງານ​ບຸນ​ລະ​ດູ​ຮ້ອນ ທີ່​ໜ້າ​ຮັບ​ຊົມ​ທີ່​ສຸດ​ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ວັນ​ທີ 29 ພຶດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕອບ​ສຳ​ພາດ​ຕໍ່ສື່ມວນ​ຊົນ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ ໃນ​ຖາ​ນະ​ປັດ​ຈຸ​ບັນ, ໃນ​ນັ້ນ ໄດ້​ຢັ້ງ​ຢືນວ່າ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ ແລະ ຈຳ​ເປັນ.

Top