• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ ຫວຽດ​ນາມ - ສິງ​ກະ​ໂປ ຢັ້ງ​ຢືນ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ຕົວ​ແບບ​ໃນ ອາ​ຊຽນ

ຕອນ​ຄ່ຳ​ວັນ​ທີ 30 ພຶດ​ສະ​ພາ, ເນື່ອງ​ໃນ​ໂອ​ກາດການເດີນທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ ແລ​ະ ແລກ​ປ່ຽນ​ກັບ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ທີ່​ປຶກ​ສາ​ອາ​ວຸ​ໂສ​ຂອງ​ພັກ​ກະ​ທຳ​ປະ​ຊາ​ຊົນ ສິງ​ກະ​ໂປ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ພົບ​ປະ ແລ​ະ ແລກ​ປ່ຽນ​ກັບ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ທີ່​ປຶກ​ສາ​ອາ​ວຸ​ໂສ​ຂອງ​ພັກ​ກະ​ທຳ​ປະ​ຊາ​ຊົນ ສິງ​ກະ​ໂປ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ (ພາບ: TTXVN)  

ໃນ​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ທິດ​ທາງ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່​ພັດ​ທະ​ນາ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ສະ​ເໜີ​ໃຫ້ ສິ​ງກະ​ໂປ ສືບ​ຕໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ປະ​ຕິ​ຮ​ູບ​ດ້ານ​ບໍ​ລິ​ຫານ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ຂອງ​ກົງ​ຈັກ​ລັດ ແລະ ປັບ​ປຸງ​ນະ​ໂຍ​ບາຍ, ກົນ​ໄກ​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນ​າ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາ​ບ​ຖື​ວ່າ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ໃຫ້​ແໜ້ນ​ແຟ້ນກວ່າ​ອີກ, ເພື່ອ​ການ​ພັດ​ທະ​ນາ​ຂອ​ງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ວັນ​ທີ 29 ພຶດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕອບ​ສຳ​ພາດ​ຕໍ່ສື່ມວນ​ຊົນ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ ໃນ​ຖາ​ນະ​ປັດ​ຈຸ​ບັນ, ໃນ​ນັ້ນ ໄດ້​ຢັ້ງ​ຢືນວ່າ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ ແລະ ຈຳ​ເປັນ.

Top