• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ ແລະ ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສິງ​ກະ​ໂປ

ຕອນ​ເຊົ້າ​ວັນ​ທີ 30 ພຶດ​ສະ​ພາ, ທ່ານ​ນາ​ງ ໂງ​ເຟືອງ​ລີ, ພັນ​ລະ​ຍາຂອງທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມໄດ້​ໄປ​ຢ້ຽມ​ຢາມ​ຄູ​ອາ​ຈານ, ນັກ​ຮຽນ​ຂອງ​ຫ້ອງ​ຮຽນ​ພາ​ສາ ຫວຽດ ລາກ​ຮົ່ງ.
  ທ່ານ​ນາ​ງ ໂງ​ເຟືອງ​ລີ, ພັນ​ລະ​ຍາຂອງທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມໄດ້​ໄປ​ຢ້ຽມ​ຢາມ​ຄູ​ອາ​ຈານ, ນັກ​ຮຽນ​ຂອງ​ຫ້ອງ​ຮຽນ​ພາ​ສາ ຫວຽດ ລາກ​ຮົ່ງ (ພາບ: TTXVN)  

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື​່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ພ້ອມ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ຕອນ​ເຊົ້າ​ວັນ​ທີ 30 ພຶດ​ສະ​ພາ, ທ່ານ​ນາ​ລ ໂງ​ເຟືອງ​ລີ, ພັນ​ລະ​ຍາຂອງທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມໄດ້​ໄປ​ຢ້ຽມ​ຢາມ​ຄູ​ອາ​ຈານ, ນັກ​ຮຽນ​ຂອງ​ຫ້ອງ​ຮຽນ​ພາ​ສາ ຫວຽດ ລາກ​ຮົ່ງ. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ນາງ ໂງ​ເຟືອງ​ລີ ໄດ້ມອບ​​ຕູ້ປຶ້ມ​ພາ​ສາ ຫວຽດ​ ແລະ ພາ​ສາ ຫວຽດ​ - ອັງ​ກິດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ປຶ້ມ​​ພາ​ສາ ຫວຽດ ຈຳ​ນວນ 100 ເຫຼັ້ມ.

ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາງ ໂງ​ເຟືອງ​ລີ ພ້ອມ​ດ້ວຍ​ທ່ານ​ນາງ Loo Tze Lui, ພັ​ນ​ລະ​ຍາ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງກ​ະ​ໂປ Lawrence Wong, ໄປ​ຢ້ຽມ​ຢາມ Temasek Shophouse, ສູນ​ສ້າງ​ຜົນ​ກະ​ທົບ​ສັງ​ຄົມ​ຂອງ ສິງ​ກະ​ໂປ ແລະ ເຂົ້າ​ຮ່ວມ​ງານ​ດື່ມ​ນ້ຳ​ຊາ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ທ່ານ​ນາງ ໂງ​ເຟືອງ​ລີ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Jane Ittogi, ພັນ​ລະ​ຍາ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ Tharman Shanmugaratnam, ຢູ່​ຫໍ​ພິ​ພິ​ທະ​ພັນ Peranakan, ເຂດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ແຖວ​ໜ້າ​ຂອງ ສິງກ​ະ​ໂປ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່

ວັນ​ທີ 29 ພຶດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕອບ​ສຳ​ພາດ​ຕໍ່ສື່ມວນ​ຊົນ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ ໃນ​ຖາ​ນະ​ປັດ​ຈຸ​ບັນ, ໃນ​ນັ້ນ ໄດ້​ຢັ້ງ​ຢືນວ່າ ຫວຽດ​ນາມ ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ ແລະ ຈຳ​ເປັນ.

Top