• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນ ກາເຟ ບວນມາທວດ ຄັ້ງທີ 9

ຕອນຄ່ຳວັນທີ 10 ມີນາ ຢູ່ ສະຫນາມຫລວງ 10/3, ນະຄອນ ບວນມາທວດ ແຂວງ ດັກລັກ ໄດ້ໄຂງານບຸນ ກາເຟ ບວນມາທວດ ຄັ້ງທີ 9 ປີ 2025. ດ້ວຍຫົວຂໍ້: “ບວນມາທວດ - ຈຸດນັດພົບຂອງ ກາເຟ ໂລກ”, ງານບຸນ ສືບຕໍ່ຢັ້ງຢືນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ກາເຟ ຫວຽດນາມ ໃນຕະຫລາດໂລກ.
ພາບປະກອບ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮອງນາຍົກລັດຖະມົນຕີ ເຈີນຮ່ົງຮ່າ ຕີລາຄາສູງບັນດາການປະກອບສ່ວນຂອງຂະແຫນງ ກາເຟ ເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ; ປາດຖະຫນາຢາກໃຫ້ ກາເຟ ຂອງ ດັກລັກ ຄວນຍົກສູງຄຸນຄ່າຂະແຫນງສິນຄ້າ, ພັດທະນາ ບວນມາທວດ ກາຍເປັນຈຸດນັດພົບຂອງກາເຟ ໂລກ.

ບັນດາກະຊວງອຸດສາຫະກຳ ການຄ້າ, ການທູດ, ຂະແຫນງການບິນ, ການທ່ອງທ່ຽວ ເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມເປີດກວ້າງຕະຫລາດຢູ່ພາຍໃນປະເທດ ແລະ ສາກົນ, ແນະນຳຜະລິດຕະພັນ ກາເຟ ຫວຽດນາມ ຢູ່ ບັນດາເຫດການການທູດ, ສະຖານທີ່ທ່ອງທ່ຽວທີ່ລືຊື່. ພ້ອມກັນນັ້ນ ບັນດາວິສາຫະກິດ ຄວນກໍ່ສ້າງຍຸດທະສາດໂຄສະນາ, marketing, ກຳນົດເຄື່ອງໝາຍການຄ້າໃຫ້ເໝາະສົມກັບກຳລັງຄວາມສາມາດ; ເປີດກວ້າງຊ່ອງຈຳຫນ່າຍໂດຍກົງຢູ່ບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ, ພັດທະນາການຄ້າເອເລັກໂຕນິກ, ຫັນຊ່ອງຈຳຫນ່າຍເປັນຫລາຍຮູບແບບ.”

ງານບຸນ ກາເຟ ບວນມາທວດ ຍັງໄດ້ຈັດບັນດາການເຄື່ອນໄຫວຢູ່ບໍລິເວນ ແຂວງ ດັກລັກ ຮອດວັນທີ 13 ມີນາ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊ​ຸມ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ - ເຊື່ອມ​ຕໍ່, ຍົກ​ລະ​ດັບ​ກາ​ເຟ ຫວຽດ​ນາມ

ກອງ​ປະ​ຊ​ຸມ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ - ເຊື່ອມ​ຕໍ່, ຍົກ​ລະ​ດັບ​ກາ​ເຟ ຫວຽດ​ນາມ

“ກອງປະຊຸມແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດພົບປະ, ເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງບັນດາບໍລິສັດຜະລິດ, ປຸງແຕ່ງກາເຟພາຍໃນປະເທດກັບບັນດາບໍລິສັດນຳເຂົ້າຕ່າງປະເທດ ກໍຄື ລະບົບຈຳໜ່າຍກາເຟໂລກ. ຈາກນັ້ນ, ກໍ່ຊອກຫາຕະຫຼາດຈຳໜ່າຍສິນຄ້າຂອງຕົນ, ພິເສດແມ່ນຜະລິດຕະພັນກາເຟຂອງດັກລັກ”.

Top