• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ: “ຄົ້ນ​ຄ້​ວາ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 9 ​ໃນ​ເດືອນ​ພຶດ​ສະ​ພາ”

ສະພາແຫ່ງຊາດຈະດຳເນີນການຄົ້ນຄ້ວາປັບປຸງລັດຖະທຳມະນູນ 2013 ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV, ຄາດວ່າຈະດຳເນີນໃນເດືອນພຶດສະພາຈະມາເຖິງ.
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)  
ນີ້ແມ່ນຂໍ້ມູນຂ່າວສານໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ຢູ່ວາລະໄຂກອງປະຊຸມນັດສາມັນເທື່ອທີ 43 ຂອງ ຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນວັນທີ 10 ມີນາ ຢູ່ຮ່າໂນ້ຍ. ຕາມທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນແລ້ວ, ໄປຄຽງຄູ່ກັບການສຳຫຼວດກວດກາ, ຄົ້ນຄ້ວາ, ປັບປຸງລັດຖະທຳມະນູນ 2013, ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ກໍ່ຈະປຶກສາຫາລື, ຄົ້ນຄ້ວາ, ປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງຕາມບົດສະຫຼຸບເລກທີ 126 (ກ່ຽວກັບບາງເນື້ອໃນ, ໜ້າທີ່ສືບຕໍ່ສັບຊ້ອນ, ປັງປຸງການຈັດຕັ້ງກົງຈັກຂອງລະບົບການເມືອງໃນປີ 2025 ໃຫ້ກະທັດລັດ) ແລະ ບົດສະຫຼຸບເລກທີ 127 (ກ່ຽວກັບການຜັນຂະຫຍາຍການຄົ້ນຄ້ວາ, ສະເໜີສືບຕໍ່ສັບຊ້ອນການການຈັດຕັ້ງກົງຈັກຂອງລະບົບການເມືອງ) ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງຄະນະປະຈຳ ສະພາແຫ່ງຊາດ ຍູ້ແຮງວຽກງານ, ຈັດຕັ້ງຫຼາຍກອງປະຊຸມເຮັດວຽກ, ນັບທັງວັນພັກການ, ເພື່ອຮັບປະກັນການກະກຽມທີ່ດີທີ່ສຸດໃຫ້ແກ່ບັນດາເນື້ອໃນສຳຄັນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top