ຕອນຄ່ຳວັນທີ 10 ມີນາ ຢູ່ ສະຫນາມຫລວງ 10/3, ນະຄອນ ບວນມາທວດ ແຂວງ ດັກລັກ ໄດ້ໄຂງານບຸນ ກາເຟ ບວນມາທວດ ຄັ້ງທີ 9 ປີ 2025. ດ້ວຍຫົວຂໍ້: “ບວນມາທວດ - ຈຸດນັດພົບຂອງ ກາເຟ ໂລກ”, ງານບຸນ ສືບຕໍ່ຢັ້ງຢືນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ກາເຟ ຫວຽດນາມ ໃນຕະຫລາດໂລກ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮອງນາຍົກລັດຖະມົນຕີ ເຈີນຮ່ົງຮ່າ ຕີລາຄາສູງບັນດາການປະກອບສ່ວນຂອງຂະແຫນງ ກາເຟ ເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ; ປາດຖະຫນາຢາກໃຫ້ ກາເຟ ຂອງ ດັກລັກ ຄວນຍົກສູງຄຸນຄ່າຂະແຫນງສິນຄ້າ, ພັດທະນາ ບວນມາທວດ ກາຍເປັນຈຸດນັດພົບຂອງກາເຟ ໂລກ.
“ບັນດາກະຊວງອຸດສາຫະກຳ ການຄ້າ, ການທູດ, ຂະແຫນງການບິນ, ການທ່ອງທ່ຽວ ເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມເປີດກວ້າງຕະຫລາດຢູ່ພາຍໃນປະເທດ ແລະ ສາກົນ, ແນະນຳຜະລິດຕະພັນ ກາເຟ ຫວຽດນາມ ຢູ່ ບັນດາເຫດການການທູດ, ສະຖານທີ່ທ່ອງທ່ຽວທີ່ລືຊື່. ພ້ອມກັນນັ້ນ ບັນດາວິສາຫະກິດ ຄວນກໍ່ສ້າງຍຸດທະສາດໂຄສະນາ, marketing, ກຳນົດເຄື່ອງໝາຍການຄ້າໃຫ້ເໝາະສົມກັບກຳລັງຄວາມສາມາດ; ເປີດກວ້າງຊ່ອງຈຳຫນ່າຍໂດຍກົງຢູ່ບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ, ພັດທະນາການຄ້າເອເລັກໂຕນິກ, ຫັນຊ່ອງຈຳຫນ່າຍເປັນຫລາຍຮູບແບບ.”
ງານບຸນ ກາເຟ ບວນມາທວດ ຍັງໄດ້ຈັດບັນດາການເຄື່ອນໄຫວຢູ່ບໍລິເວນ ແຂວງ ດັກລັກ ຮອດວັນທີ 13 ມີນາ.