• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ເຮັດ ດອກໄມ້ ຈາກ ກະປ໋ອງເບຍ

ດ້ວຍຄວາມປາດຖະໜາ ຢາກສ້າງ ບັນດາຜະລິດຕະພັນ ທີ່ປົກປັກຮັກ ສາ ສິ່ງແວດລ້ອມ, ທ່ານນາງ ຫງວຽນທິເຫວ້ ຢູ່ ຮ່າໂນ້ຍ ໄດ້ເຮັດໃຫ້ ກະປ໋ອງເບຍ ທີ່ນຳໃຊ້ແລ້ວ ກາຍເປັນ ພາບດອກໄມ້ ທີ່ມີຄວາມງາມ ບໍ່ຄືໃຜ.
ຈາກກະປ໋ອງເບຍເປົ່າ ທີ່ຄອບຄົວຍັງບໍ່ທັນເອົາຖິ້ມ, ທ່ານນາງ ເຫວ້ ໄດ້ເກີດແນວຄວາມຄິດ ລອງເຮັດເປັນພາບດອກບົວ. ເມື່ອມີຫຼາຍ ຄົນ ຍ້ອງວ່າ ງາມ, ທ່ານນາງ ເຫວ້ ໄດ້ສືບຕໍ່ລົງມື ເຮັດ ພາບດອກໄມ້ຊະ ນິດຕ່າງໆ ຕື່ມອີກຫຼາຍແຜ່ນ ເຊັ່ນ: ດອກເບັນຈະມາດ, ດອກຕາເວັນ, ດອກກຸຫຼາບ... ດ້ວຍການນຳໃຊ້ກະປ໋ອງເບຍເປົ່າ ໄດ້ຈາກຄົນບ້ານໃກ້ເຮືອນຄຽງ ແລະ ໝູ່ເພື່ອນ ພ້ອມກັບແພເສດ ເພື່ອໃຊ້ເປັນພື້ນພາບ ແລະ ເຈ້ຍແຂງ ເພື່ອເຮັດເປັນຂອບຮູບ.

ທ່ານນາງ ເຫວ້ໃຫ້ຮູ້ວ່າ ເພື່ອສຳເລັດໄດ້ພາບແຜ່ນໜຶ່ງຈາກ ກະປ໋ອງ ເບຍ, ກ່ອນອື່ນໝົດຕ້ອງສ້າງແນວຄວາມຄິດແລ້ວຈັດໂຄງຮ່າງ ຂອງ ມັນ. ພ້ອມກັບ ການນຳໃຊ້ເຄື່ອງມືຕ່າງໆ ເຊັ່ນ: ມີດຄັດເຕີ, ມີດຕັດ, ຄີມນີບ ແລະ ກາວຫຼາຍຊະນິດ, ທ່ານນາງ ເຫວ້ ໄດ້ຕັດ, ດັດກະປ໋ອງ ເບຍເປົ່າ ເປັນຮູບດອກໄມ້. ສຳລັບດອກໄມ້ ທີ່ມີສ່ວນລາຍລະອຽດ ຄື ກັນ, ທ່ານນາງ ໄດ້ຕັດເປັນຕົວແບບຮູບ ຢູ່ເທິງ ເຈ້ຍ ແລ້ວຈ່ຶງຈັດວາງ ໃສ່ ແຜ່ນກະປ໋ອງເບຍ ເພື່ອຕັດເປັນຈຳນວນຫຼາຍ. ບາງເທື່ອ ສຳລັບ ດອກໄມ້ບາງຊະນິດ ທ່ານນາງກໍນຳໃຊ້ ບິກຂຽນ ທີ່ໃຊ້ນໍ້າມຶກໝົດ ແລ້ວ ເພື່ອສ້າງເປັນ ເສັ້ນກ່າງ ໃຫ້ດອກໄມ້ ມີຄວາມງາມທີ່ ໂດດເດັ່ນ ຍິ່ງຂຶ້ນ.



ທ່ານນາງ ເຫວ້ ແລະ ມູມປະດິດສ້າງຮູບພາບ ຂອງ ຕົນ.


ດ້ວຍເຄື່ອງມືທີ່ຫາງ່າຍເຊັ່ນ: ມີດຄັດເຕີ້, ມີດຕັດ, ຄີມ ທ່ານນາງ ເຫວ້ ໄດ້ປະດິດສ້າງຂຶ້ນ ບັນດາ ຮູບພາບ ຈາກກະປ໋ອງເບຍ ທີ່ມີຄວາມງາມ ສູງ ທາງດ້ານສິລະປະ.


ຈາກກະປ໋ອງເບຍ ທີ່ຜ່ານການນຳໃຊ້ແລ້ວ ທ່ານນາງ ເຫວ້ ໄດ້ຕັດອອກ ເພື່ອສ້າງເປັນຮູບພາບ ແບບສະເພາະ ບໍ່ຊ້ຳໃຜ. 


ບັນດາກີບດອກ ຈາກກະປ໋ອງເບຍ ໄດ້ແຕ້ມ ແລະ ຕັດຕາມຂະໜາດ ທີ່ໄດ້ກຳນົດ. 


ທ່ານນາງ ເຫວ້ ຕັດກະປ໋ອງເບຍ ເປັນເສັ້ນໆ ເພື່ອສ້າງເປັນພາບ ດ້ວຍ ກະປ໋ອງເບຍ ມ້ວນ. 


ບໍ່ພຽງແຕ່ນໍາໃຊ້ກະປ໋ອງເບຍ ເທົ່ານັ້ນ, ທ່ານນາງ ເຫວ້ ຍັງໃຊ້ແພເສດ ເພື່ອເປັນພື້ນໃຫ້ ພາບຂອງຕົນ. 


ບັນດາກີບດອກໄມ້ ຈາກ ກະປ໋ອງເບຍ ໄດ້ຈັດວາງ ສ້າງເປັນດອກ ໄມ້ ທ່ີສົມບູນແບບ. 


ຂັ້ນຕອນການປະດິດ ຮູບພາບ ຈາກ ກະປ໋ອງເບຍ. 
 
ບໍ່ພຽງແຕ່ເຮັດດອກໄມ້ແບບທຳມະດາ, ທ່ານນາງ ເຫວ້ ຍັງຜະລິດ ປະ ເພດດອກໄມ້ມ້ວນອີກດ້ວຍ. ຈາກກະປ໋ອງເບຍ, ທ່ານນາງ ໄດ້ໃຊ້ ມີດຄັດເຕີ ຕັດເປັນແຜ່ນໃຫຍ່ ແລ້ວໃຊ້ມີດຕັດ ຕັດເປັນເສັ້ນ ມີຄວາມ ຍາວແຕ່ 3-5 ມມ. ດ້ວຍສີມືຂອງຕົນ ທ່ານນາງ ເຫວ້ ໄດ້ໃຊ້ ເຄື່ອງມື ດັດເປັນຮູບກີບດອກໄມ້ ແລະ ປະກອບເຂົ້າກັນເປັນດອກໄມ້ ຕາມ ແນວຄວາມຄິດ ເບື້ອງຕົ້ນ ຂອງ ຕົນ.

ຍ້ອນສີສັນ ຂອງ ກະປ໋ອງເບຍເປົ່າ ໄດ້ຮັກສາໄວ້ຄືເກົ່າ, ເພາະສະນັ້ນ ທ່ານນາງ ເຫວ້ ມັກນຳໃຊ້ແພສີເຂັ້ມ ເຮັດເປັນພື້ນ ເພື່ອສ້າງຄວາມ ໂດດເດັ່ນ ໃຫ້ກັບພາບ. ປັດຈຸບັນ, ທ່ານນາງ ເຫວ້ ໃຊ້ເວລາ ປະມານ 4 ຊົ່ວໂມງ ເພື່ອສຳເລັດພາບແຜ່ນໜຶ່ງ. ໃນເວລາເຮັດ, ຖ້າຕ້ອງການ ມີ ສ່ວນລາຍລະອຽດຕື່ມອີກ ກໍຈະຕ້ອງໃຊ້ເວລາ ເປັນມື້ຈຶ່ງສຳເລັດ.

ທ່ານນາງ ເຫວ້ ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນເຫັນໃຜເຮັດພາບ ຈາກກະ ປ໋ອງເບຍ ຄືກັບຕົນ, ເພາະສະນັ້ນ ທ່ານນາງ ໄດ້ສ້າງຊ່ອງ ຢູທູບ ເຮັດ ເຄື່ອງຫັດຖະກຳ handmade ເພື່ອບັນທຶກ ໃນເວລາແນະນຳໃຫ້ ທຸກ ຄົນເຮັດຕາມ. ປັດຈຸບັນ, ຊ່ອງ ຢູທູບ ເຮັດເຄື່ອງຫັດຖະກຳ handmade ຂອງ ທ່ານນາງ ເຫວ້ ມີຜູ້ຕິດຕາມ ປະມານ 1000 ຄົນ.

ທ່ານນາງ ເຫວ້ ໄດ້ໄຂຄວາມໃນໃຈອອກມາວ່າ: “ເຖິງວ່າ ເຮັດພາບ ຈາກກະປ໋ອງເບຍ ໃນເວລາວ່າງ, ແຕ່ເມື່ອສຳເລັດ ພາບໜຶ່ງ ຂ້າພະ ເຈົ້າຮູ້ສຶກດີໃຈຫຼາຍ. ເພາະສະນັ້ນ ຂ້າພະເຈົ້າ ໄດ້ເຮັດວີດີໂອ ແລະ ຖ່າຍຮູບ ສົ່ງຂຶ້ນເຄືອຄ່າຍອິນເຕີເນັດ ດ້ວຍຄວາມຫວັງຢາກ ແຜ່ຂະ ຫຍາຍ ຂະບວນການ ຜະລິດວັດຖຸທີ່ຜ່ານການ ນຳໃຊ້ແລ້ວ ເພື່ອ ປະ ກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ. 

ບັນດາພາບ ແລະ ຜະລິດຕະພັນ ເຮັດຈາກ ກະປ໋ອງເບຍ ຂອງ ທ່ານ ນາງ ຫງວຽນທິເຫວ້: 












 
ບົດ: ເຊີນເງ້ຍ-ພາບ: ເລມິນ, ຫງວຽນລວນ

ການປະດິດສ້າງ ເຮືອບິນຈໍາລອງ

ການປະດິດສ້າງ ເຮືອບິນຈໍາລອງ

ຫວໍຮວ່າງຮ໋ຽວ ເກີດເມື່ອປີ 2002, ປັດຈຸບັນ ເປັນນັກສຶກສາ ປີທີ 3, ສາຂາວິຊາ ກົນຈັກ ຢູ່ມະຫາວິທະຍາໄລ ຊົນລະປະທານ ໄດ້ຂະ ຫຍັນ ໃນການຄົ້ນຄວ້າ ແລະ ປະດິດສ້າງເຮືອບິນ ຈໍາລອງ ຄວບ ຄຸມ ໄລຍະໄກ ຫຼາຍຮ້ອຍລຳ.

Top