ຮ່າໂນ້ຍ ມຸ່ງສູ່ພື້ນຖານກະສິກຳສີຂຽວ, ທັນສະໄໝ ແລະ ໂປ່ງໃສ
ຮ່າໂນ້ຍ ກຳລັງຍູ້ແຮງການພັດທະນາ ບັນດາຕ່ອງໂສ້ ຜະລິດຕະພັນກະສິກຳປອດໄພ ຕິດພັນກັບ ມາດຕະຖານ ການຜະລິດ ກ້າວໜ້າ, ກວດສອບຕົ້ນກຳເນີດ ແລະ ການຫັນເປັນ ດີຈີຕອນ, ມຸ່ງສູ່ ພື້ນຖານກະສິກຳທັນສະໄໝ, ໂປ່ງໃສ, ຕອບສະໜອງຄວາມຕ້ອງການ ຂອງຕະຫຼາດພາຍໃນ ແລະ ສົ່ງອອກ.
ຢູ່ ສະຫະກອນ ຜະລິດ ທຸລະກິດ ບໍລິການກະສິກຳ ວັນດຶກ (ຕາແສງ ບາດຈ່າງ, ນະຄອນ ຮ່າໂນ້ຍ), ບັນດາຂັ້ນຕອນ ການຜະລິດ ໄດ້ຮັບການຕິດຕາມກວດກາ ຕັ້ງແຕ່ການບົວລະບັດ, ເກັບກ່ຽວ ໄປຈົນເຖິງການຈຳໜ່າຍ, ປະກອບສ່ວນຍົກສູງ ຄຸນນະພາບ ຜະລິດຕະພັນກະສິກຳ ແລະ ຕອບສະໜອງ ຄວາມຕ້ອງການ ນັບມື້ນັບສູງ ຂອງ ຕະຫຼາດ. ການເພີ່ມທະວີ ການເຊື່ອມໂຍງ ລະຫວ່າງການຜະລິດ ແລະ ການຈຳໜ່າຍ ໄດ້ຊ່ວຍສ້າງ ບັນດາຕ່ອງໂສ້ການສະໜອງ ຜະລິດຕະພັນກະສິກຳ ທ່ີປອດໄພ, ໝັ້ນຄົງ.
ຢູ່ບໍລິສັດ ຫຸ້ນສ່ວນ ເຕັກໂນໂລຊີ ອາຫານ ວິງແອງ (ຕາແສງ ເຖື່ອງຕິນ, ນະຄອນ ຮ່າໂນ້ຍ), ທ່ານ ດ່າວກວາງວິງ, ຜູ້ອຳນວຍການ ບໍລິສັດ ໃຫ້ຮູ້ວ່າ ໄດ້ລົງທຶນເກືອບ 100 ຕື້ດົ່ງ ເພື່ອສ້າງສາຍ ການຜະລິດທ່ີທັນສະໄໝ, ມີກຳລັງການຜະລິດ ໝູ ປະມານ 600 ໂຕ/ຜຽນ ໃນເນື້ອ ທີ່ 16.000 ມ2. ວິສາຫະກິດ ເຊື່ອມໂຍງກັບບັນດາຟາມຂະໜາດໃຫຍ່ ເພື່ອສ້າງຕ່ອງໂສ້ ຕັ້ງແຕ່ການລ້ຽງສັດ, ການຂ້າ ຮອດການຈໍາໜ່າຍ; ຜະລິດຕະພັນ ໄດ້ຮັບການຫຸ້ມຫໍ່, ຕິດລະຫັດ QR ເພື່ອໃຫ້ຜູ້ບໍລິໂພກ ກວດສອບ ຫາແຫຼ່ງທີ່ີມາ.
ທ່ານ ຕ້າວັນເຕື່ອງ, ຮອງຜູ້ອຳນວຍການ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໃຫ້ຮູ້ວ່າ ຮ່າໂນ້ຍ ຈະສືບຕໍ່ວາງແຜນ ເຂດຜະລິດລວມສູມ ຕິດພັນກັບຄວາມຕ້ອງການຂອງຕະຫຼາດ, ຊຸກຍູ້ວິສາຫະກິດ, ສະຫະກອນ ປ່ຽນແປງໃໝ່ເຕັກໂນໂລຊີ, ການປຸງແຕ່ງຂັ້ນເລິກ ແລະ ຫັນເປັນ ດີຈີຕອນ ໃນທົ່ວຕ່ອງໂສ້ ມູນຄ່າ. ໃນເວລາດຽວກັນ, ນະຄອນຈະຊ່ວຍໜູນ ດ້ານການ ກວດສອບຕົ້ນກຳເນີດ, ລະຫັດເຂດປູກ, ເຂດລ້ຽງ ແລະ ບັນດາ ໃບຢັ້ງຢືນຄຸນນະພາບ, ເພີ່ມທະວີ ການເຊື່ອມໂຍງການຈຳໜ່າຍ, ຜ່ານນັ້ນ ຍົກສູງຄຸນຄ່າ ແລະ ກຳລັງແຂ່ງຂັນ ຂອງ ຜະລິດຕະພັນ ກະສິກຳ ໃນຕະຫຼາດພາຍໃນ ແລະ ສາກົນ.
- ບົດ ແລະ ພາບ: ກົງດາດ/VNP




