• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ 11 ເດືອນ​ຂອງ​ປີ 2025: ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພືື່ອ​ຮັກ​ສາ​ຈັ່ງ​ຫວະ​ການ​ເຕີບ​ໂຕ

ປີ 2025 ພວມຢູ່ໃນຊຸມວັນສຸດທ້າຍ ແລະ ສະພາບການເສດຖະກິດ ຫວຽດນາມ ພາຍຫຼັງ 11 ເດືອນນັ້ນ ກໍຢັ້ງຢືນໃຫ້ເຫັນກຳລັງຕ້ານທານຢ່າງໜຽວແໜ້ນ, ຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງແຂງແຮງ ແລະ ຄວາມຕັດສິນໃຈຮັກສາທ່ວງທ່າເຕີບໂຕໃນສະພາບການໂລກຍັງມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ບັນດາຕົວເລກສະຖິຕິ, ຈາກການຜະລິດອຸດສາຫະກຳ, ການນຳເຂົ້າ - ສົ່ງອອກ, ການບໍລິໂພກພາຍໃນປະເທດ, ການຄວບຄຸມໄພເງິນເຟີ້, ເສດຖະກິດມະຫາພາກເປັນປົກກະຕິ… ໄດ້ຢັ້ງຢືນວ່າ ຫວຽດນາມ ພວມໄປຖືກທິດໃນວິວັດທະນາການຟື້ນຟູ ແລະ ພັດທະນາ.
(ພາບປະກອບ: chinhphu.vn)

11 ເດືອນຜ່ານມາ, ເສດຖະກິດ ຫວຽດນາມ ຮັບຮູ້ມີຈຸດພົ້ນເດັ່ນຫຼາຍຢ່າງ, ສ້າງພາບພົດອັນຕັ້ງໜ້າໃນສະພາບການທີ່ມີຄວາມຫຍຸ້ງຍາກນາໆປະການ, ເຊັ່ນ: ໄພພິບັດທຳມະຊາດເກີດຂຶ້ນຢູ່ພາຍໃນປະເທດ, ການຄ້າທົ່ວໂລກຖືກຊັກຊ້າ, ບັນດາມາດຕະການອາລັກຂາແບບໃໝ່… GDP ໄຕມາດທີ III ບັນລຸລະດັບກວ່າ 8% ໄດ້ຊ່ວຍໃຫ້ GDP 9 ເດືອນຕົ້ນປີເພີ່ມຂຶ້ນປະມານ 7,8%, ນຳ ຫວຽດນາມ ກາຍເປັນປະເທດນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕແຂງແຮງທີ່ສຸດໃນອາຊີ. ໝາກຜົນດັ່ງກ່າວແມ່ນກຳລັງໜູນ ແລະ ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ປີໃໝ່ດ້ວຍຈິດໃຈເປັນເຈົ້າການ, ໝັ້ນໃຈ, ສືບຕໍ່ຮັກສາທ່ວງທ່າເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ.

ອົງອາດກ້າແກ່ນຜ່ານຜ່າຄວາມຫຍຸ້ງຍາກ

        11 ເດືອນຜ່ານມາ, ບັນດາຂົງເຂດເສດຖະກິດປາຍແຫຼມສືບຕໍ່ມີການເຕີບໂຕເປັນໜ້າຊື່ນຊົມ. ຂົງເຂດການລົງທຶນ, ນັບທັງເງິນລົງທຶນຈາກແຫຼ່ງງົບປະມານຂອງລັດ ແລະ ເງິນລົງທຶນຕ່າງປະເທດລ້ວນແຕ່ເພີ່ມຂຶ້ນຕາມລຳດັບ 26,8% ແລະ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ຍອດມູນຄ່ານຳເຂົ້າ - ສົ່ງອອກໃນ 11 ເດືອນຜ່ານມາ ຫຼາຍກວ່າ 839 ຕື້ USD, ເພີ່ມຂຶ້ນ 17,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ແລະ ມູນຄ່າສົ່ງງອອກເກີນດຸນຂອງ ຫວຽດນາມ ບັນລຸກວ່າ 20 ຕື້ USD. ນີ້ແມ່ນຕົວເລກທີ່ໜ້າປະທັບໃຈ ແລະ ບຸກທະລຸ. ທ່ານ ຮຈ.ປອ. ຫງວຽນເທື່ອງລ້າງ, ອາຈານສອນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຫວຽດນາມ, ວິເຄາະວ່າ:

        “ພວກເຮົາບໍ່ເຄີຍເຫັນພາບພົດການສົ່ງອອກນຳເຂົ້າໃນຈຸດເວລາໃດທີ່ງາມຄືແນວນີ້. ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ປີ 2025 ນີ້ ຫວຽດນາມ ອາດສາມາດບັນລຸໄດ້ຕົວເລກແຕ່ 950  1000 ຕື້ USD, ຂີດໝາຍທຳອິດໃນປະຫວັດສາດ ຫວຽດນາມ ນອນໃນບັນຊີລາຍຊື່ບັນດາປະເທດ ມີກຳລັງບົ່ມຊ້ອນສົ່ງອອກນຳເຂົ້າໃຫຍ່. ພິເສດ, ໂຄງປະກອບສິນຄ້າສົ່ງອອກຂອງ ຫວຽດນາມ ແມ່ນສິນຄ້າປະດິດສ້າງເຕັກໂນໂລຢີສູງ ພວມຢືນອັນດັບຕົ້ນໆໃນໂລກ.”

        ສິ່ງທີ່ໜ້າສົນໃຈແມ່ນ, ຂົງເຂດກະສິກຳໄດ້ຮັບຖືວ່າແມ່ນຂົງເຂດປະສົບຜົນສຳເລັດແບບມະຫັດສະຈັນ ໃນສະພາບທີ່ເກີດໄພພິບັດທຳມະຊາດ, ພາຍຸນ້ຳຖ້ວມ, ແຕ່ກໍຍັງບັນລຸລະດັບສູງສະຖິຕິ 62,4 ຕື້ USD ຂອງທັງປີ 2024 ແລະ ພວມຄ່ອຍໆປະຕິບັດສຳເລັດດັດຊະນີເຊິ່ງລັດຖະບານ ແລະ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ ນັ້ນແມ່ນ 65 – 70 ຕື້ USD. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຟຸ່ງດຶກຕຽນ ຢັ້ງຢືນວ່າ:

        “ທ້າຍເດືອນ 11, ພວກເຮົາບັນລຸໄດ້ 64,01 ຕື້ USD. ສັນຍານອັນຕັ້ງໜ້າຂອງບັນດາຕະຫຼາດສົ່ງອອກ, ພິເສດແມ່ນຕະຫຼາດເຊິ່ງ ອາເມລິກາ ແລະ ຕະຫຼາດ ຈີນ ມີການປ່ຽນແປງຢ່າງຕັ້ງໜ້າ, ໄປຄຽງຄູ່ກັນນັ້ນ ຕະຫຼາດສະຫະພາບເອີຣົບ ກໍມີການຫັນປ່ຽນຢ່າງແຮງ. ຖ້າເດືອນທັນວາຍັງຮັກສາທ່ວງທ່າເຕີບໂຕເກືອບ 6 ຕື້ USD, ພວກເຮົາຈະບັນລຸເປົ້າໝາຍສົ່ງອອກຂອງປີນີ້ແຕ່ 65  70 ຕື້ USD ໂດຍໄວ”.

        ບໍ່ພຽງແຕ່ການສົ່ງອອກເທົ່ານັ້ນ, ການບໍລິໂພກຢູ່ພາຍໃນປະເທດ ແລະ ການບໍລິການກໍມີການຟື້ນຟູຢ່າງແຮງ. ໄປຄຽງຄູ່ກັນນັ້ນ, ໄພເງິນເຟີ້ກໍໄດ້ຮັບການຄວບຄຸມເປັນຢ່າງດີໃນຂອບເຂດເປົ້າໝາຍ ເຊິ່ງສະພາແຫ່ງຊາດໄດ້ວາງອອກ.

       ຮັກສາທ່ວງທ່າການເຕີບໂຕຕໍ່ໜ້າການຜັນແປຫຼາຍຢ່າງ

       ບັນດາໝາກຜົນຕັ້ງໜ້າຂອງ 11 ເດືອນຕົ້ນປີໄດ້ສ້າງຄວາມເຊື່ອໝັ້ນ ແລະ ບັນຍາກາດເພື່ອບັນລຸເປົ້າໝາຍຂອງປີ 2025, ສ້າງປະຖົມປັດໄຈໃຫ້ແກ່ປີ 2026 ແລະ ຊຸມປີຕໍ່ໄປ.

        ເຖິງຢ່າງໃດກໍຕາມ, ເພື່ອຮັກສາຈັ່ງຫວະການເຕີບໂຕ, ຫວຽດນາມ ຢຶດໝັ້ນປະຕິບັດຫຼາຍມາດຕະການຢ່າງຄົບຊຸດ. ໄປຄຽງຄູ່ກັບການສືບຕໍ່ເສີມຂະຫຍາຍບັນດາກຳລັງໜູນການເຕີບໂຕທີ່ພວມມີໃນປັດຈຸບັນ, ພ້ອມດຽວກັນນັ້ນ ຫວຽດນາມ ກໍ່ເພີ່ມລະດັບຄວາມໄວໃນການປະຕິຮູບລະບອບລະບຽບການ ແລະ ຫັນເປັນດີຈີຕອນ, ຖືນີ້ແມ່ນຂໍ້ກຸນແຈເພື່ອຫັນບັນດາຜົນສຳເລັດຂອງປີ 2025 ໃຫ້ກາຍເປັນພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່. ທ່ານ ສຈ. ປອ ຮວ່າງວັນເກື່ອງ, ຮອງປະທານສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ ຖືວ່າ: ໃນສະພາບການແກ້ງແຍ້ງເຕັກໂນໂລຢີທີ່ເຄັ່ງຄັດ, ຮົ້ວກີດຂວາງດ້ານການຄ້າໃໝ່ ແລະ ທ່າອຽງຫັນເປັນສີຂຽວ, ຫັນເປັນດີຈີຕອນໄດ້ດຳເນີນຢ່າງແຮງ, ນີ້ແມ່ນຈຸດເວລາເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນດ້ວຍກຳລັງແຮງພາຍໃນຂອງຕົນ ເພື່ອປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະ 2026 – 2030:

        “ຖ້າດຳເນີນຢ່າງທັນການ ແລະ ຖືກທິດ, ພວກເຮົາອາດສາມາດເຂົ້າຮ່ວມບັນດາຂະແໜງເຕັກໂນໂລຢີສູງ, ຫາກໍ່ພົ້ນເດັ່ນນັບແຕ່ຫົວທີ, ກາຍເປັນຕາໂສ້ທີ່ສຳຄັນໃນລະບົບສະໜອງທົ່ວໂລກ, ແທນທີ່ຈະຢຸດຢູ່ຂອດຜະລິດສິ້ນສ່ວນ, ປະກອບຕິດຕັ້ງເທົ່ານັ້ນ”.

        11 ເດືອນຂອງປີ 2025, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຢ່າງສຳເລັດຜົນເພື່ອຮັກສາຈັ່ງຫວະການເຕີບໂຕ, ຢັ້ງຢືນກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດພວມປ່ຽນແປງຢ່າງແຮງ. ບັນດາໝາກຜົນດັ່ງກ່າວໄດ້ສ້າງແຫຼ່ງກຳລັງໜູນຕື່ມອີກເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍການເຕີບໂຕໃນທັງປີ 2025 ແລະ ສ້າງບາດກ້າວບຸກທະລຸໃນໄລຍະຕໍ່ໄປ./.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top