ການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍເປັນບານພັບ, ຕັດສິນການປະຕິບັດເປົາໝາຍ 100 ປີແຫ່ງການສ້າງຕັ້ງພັກກອມມູນິດ ຫວຽດນາມ ໃຫ້ສຳເລັດຜົນ (1930 – 2030).
ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ 2026, ຕອນເຊົ້າວັນທີ 9 ກຸມພາຢູ່ນະຄອນ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ໂຮ່ຈີມິນ. ກ່າວຄຳເຫັນທີການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍເປັນບານພັບ, ຕັດສິນການປະຕິບັດເປົາໝາຍ 100 ປີແຫ່ງການສ້າງຕັ້ງພັກກອມມູນິດ ຫວຽດນາມ ໃຫ້ສຳເລັດຜົນ (1930 – 2030) ແລະ ສ້າງພື້ນຖານອັນໝັ້ນແກ່ນມຸ່ງໄປເຖິງເປົ້າໝາຍ 100 ປີແຫ່ງວັນສະຖາປະນາປະເທດຊາດ (1945 - 2045).
ການເຊື່ອມຊືມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງຄົບຊຸດ, ມີປະສິດທິຜົນ, ບັນດາຕະຕິຍຸດທະສາດຂອງກົມການເມືອງ, ມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນ ໂຮ່ຈີມິນ ອາຍຸການ 2025 – 2030. ຫັນເປັນ ລະອຽດດ້ວຍໂຄງການກະທຳທີ່ມີວຽກງານຈະແຈ້ງ, ມີຄວາມຮັບຜິດຊອບ, ມີຄວາມຄືບໜ້າ; ຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ, ຮັບປະກັນປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ.
(ແຫຼ່ງຄັດຈາກ VOV)