• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຫຼາຍດ້ານກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ
ຄະນະໄດ້ເຮັດວຽກບັນດາສະມາຊິກສະພາຕ່ຳ ໂປໂລຍ (ພາບ:VOV)v

ໂດຍສືບຕໍ່ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ຢູ່ ເອີລົບ, ວັນທີ 27 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະພາແຫ່ງຊາດຢູ່ ໂປໂລຍ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ, ໄດ້ເຈລະຈາກັບທ່ານ Piotr Zgorzelski, ຮອງປະທານສະພາຕ່ຳ ໂປໂລຍ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຫຼາຍດ້ານກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ… ທ່ານຮອງປະທານສະແຫ່ງຊາດ ເຈິ່ນກວາງເຟືອງ ກໍ່ສະເໜີໃຫ້ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EU), ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ ຫວຽດນາມ, ສະເໜີໃຫ້ສອງປະເທດ ພິຈາລະຈາຄວາມສາມາດເຊື່ອມຕໍ່ສາຍການບິນລະຫວ່າງ ໂປໂລຍ ແລະ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວ, ການຄ້າ ແລະ ລົງທຶນໃຫ້ຫຼາຍກ່ວາອີກ.

ສ່ວນທ່ານ Piotr Zgorzelski, ຮອງປະທານສະພາຕ່ຳ ໂປໂລຍ ຢັ້ງຢືນວ່າ: ໂປໂລຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ສະພາແຫ່ງຊາດ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ. ທ່ານ Piotr Zgorzelski ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວ ຫວຽດນນາມ ອາໄສຢູ່ ໂປໂລຍ, ທ່ານ ເນັ້ນໜັກວ່າ ປະຊາຄົມຊາວ ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ທີ່ໝັ້ນແກ່ນໃຫ້ແກ່ການພົວພັນສອງປະເທດໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

Top