• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດເຈົ້າພາບຈັດກອງປະຊຸມ COP 29 ວາງເປົ້າໝາຍບຸລິມະສິດໃຫ້ແກ່ບັນຫາດ້ານການເງິນກ່ຽວກັບດິນຟ້າອາກາດ

ລັດຖະບານບັນດາປະເທດຕ້ອງສ້າງຄວາມເຫັນດີກ່ຽວກັບວິທີຊອກຫາຈຳນວນເງິນເປັນຫຼາຍຕື້ USD ທີ່ຈຳເປັນ ເພື່ອຊ່ວຍບັນດາປະເທດທຸກຍາກຮັບມືກັບສະພາບອຸນຫະພູມພວມເພີ່ມຂຶ້ນໃນທົ່ວໂລກ.
ທີ່ COP 28 (ພາບປະກອບ: AFP/TTXVN)

ທ່ານລັດຖະມົນຕີກະຊວງນິເວດ ອາແຊັກໄບຊານ Mukhtar Babayev, ເຊິ່ງເປັນປະເທດຈະດຳລົງຕຳແໜ່ງປະທານກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ໃນເດືອນ ພະຈິກ ຈະມາເຖິງ, ຖະແຫຼງວ່າ ລັດຖະບານບັນດາປະເທດຕ້ອງສ້າງຄວາມເຫັນດີກ່ຽວກັບວິທີຊອກຫາຈຳນວນເງິນເປັນຫຼາຍຕື້ USD ທີ່ຈຳເປັນ ເພື່ອຊ່ວຍບັນດາປະເທດທຸກຍາກຮັບມືກັບສະພາບອຸນຫະພູມພວມເພີ່ມຂຶ້ນໃນທົ່ວໂລກ. ຄຳຖະແຫຼງດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງນິເວດ ອາແຊັກໄບຊານ Mukhtar Babayev ຍົກອອກມາທີ່ການໂອ້ລົມສົນທະນາດິນຟ້າອາກາດ Petersberg ຢູ່ ແບກແລງ, ປະເທດ ເຢຍລະມັນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ ແລະ ນັກການທູດ.

ທ່ານລັດຖະມົນຕີ Mukhtar Babayev ເນັ້ນໜັກວ່າ, ການເງິນດິນຟ້າອາກາດຈະແມ່ນຈຸດສຸມໃນໜ້າທີ່ຂອງທ່ານ ແລະ ລັດຖະບານບັນດາປະເທດຕ້ອງຜ່ານຜ່າສະພາບບໍ່ມີທາງອອກໃນປີ 2024. ເຖິງຢ່າງໃດກໍ່ຕາມ, ທ່ານ Mukhtar Babayev ບໍ່ຍົກອອກເວລາລະອຽດ, ບັນດາເປົ້າໝາຍດ້ານການເງິນ ຫຼື ມາດຕະການລະອຽດອື່ນເພື່ອແກ້ໄຂສະພາບບໍ່ມີທາງອອກທີ່ຄົງຕົວມາແຕ່ດົນນານກ່ອນກອງປະຊຸມ COP 29 ຈະຈັດຂຶ້ນ. ທ່ານ Mukhtar Babayev ຍອມຮັບວ່າ, ນີ້ແມ່ນໜຶ່ງໃນບັນດາບັນຫາຫຍຸ້ງຍາກທີ່ສຸດໃນບັນດາການເຈລະຈາກ່ຽວກັບດິນຟ້າອາກາດ ແລະ ບັນດາຝ່າຍລ້ວນແຕ່ມີທັດສະນະຢ່າງແຮງ ແລະ ມີບ່ອນອີງ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ “ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ”

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານ ເຂດທົ່ງພຽງແມ່ນ້ຳແດງ ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ສະພາ ເພື່ອປະກາດການວາງແຜນຜັງ ເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

Top