• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງຄູ່ດ່ານຊາຍແດນສາກົນ ເຕິນນາມ (ຫວຽດນາມ) ແລະ Meun Chey (ກຳປູເຈຍ)

ນີ້ແມ່ນບາດກ້າວຫັນວິໄສທັດການພັດທະນາ ທີ່ການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບໃຫ້ປະກົດຜົນເປັນຈິງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ)

ຕອນເຊົ້າວັນທີ 08 ທັນວາ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manét, ອຳນາດການປົກຄອງຂອງ 2 ແຂວງ ໄຕນິງ ແລະ ແຂວງ Prey Veng ໄດ້ຈັດພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ເຕິນນາມ ແລະ Meun Chey ຢ່າງສົມກຽດ. ນີ້ແມ່ນບາດກ້າວຫັນວິໄສທັດການພັດທະນາ ທີ່ການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບໃຫ້ປະກົດຜົນເປັນຈິງ, ສ້າງຄວາມສະດວກແກ່ການເຄື່ອນໄຫວດ້ານການຄ້າ, ທ່ອງທ່ຽວຂອງປະຊາຊົນ, ວິສາຫະກິດ 2 ປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ຊາຍແດນ ຫວຽດນາມ - ກຳປູເຈຍ ບໍ່ພຽງແຕ່ແມ່ນເສັ້ນຂີດຂັ້ນກຳນົດຜືນແຜ່ນດິນເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງການພົວພັນແລກປ່ຽນ, ມິດຕະພາບ, ນ້ຳໃຈອັນສະໜິດແໜ້ນລະຫວ່າງ 2 ປະເທດ, 2 ຊາດອີກດ້ວຍ. ເລື່ອງເປີດສະຫຼອງດ່ານຊາຍແດນສາກົນ ເຕິນນາມ ແລະ Meun Chey ໃນມື້ນີ້ ຈະສ້າງກຳລັງໜູນໃໝ່ ເພື່ອໃຫ້ 2 ປະເທດປະຕິບັດສຳເລັດການປັກຫຼັກໝາຍຊາຍແດນໂດຍໄວສຳລັບ 16% ເສັ້ນຊາຍແດນທີ່ຍັງບໍ່ທັນປະຕິບັດສຳເລັດການປັກຫຼັກໝາຍ; ພ້ອມກັນນັ້ນ, ຄົ້ນຄວ້າພັດທະນາບັນດາຄູ່ດ່ານຊາຍແດນສາກົນອື່ນໃນເສັ້ນຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ອື່ນອີກ, ມຸ່ງໄປເຖິງການນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ໃນຊຸມປີຈະມາເຖິງໂດຍໄວ”.

        ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາ ເພື່ອຕີລາຄາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ, ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top