• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເປີດງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ຢູ່ວັນມ໊ຽວ-ກວກຕື້ຢາມ

ວັນທີ 11 ກຸມພາ, ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມ໊ຽວ-ກວກຕື້ຢາມ (ຮ່າໂນ້ຍ) ໄດ້ດໍາເນີນພິທີເປີດງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ແລະການເຄື່ອນໄຫວວັດທະນະທໍາ-ສິລະປະຕ່າງໆເພື່ອຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ. ງານບຸນຈະປິດລົງໃນວັນທີ 1 ມີນາ.
ລາຍການສະແດງສິລະປະຢູ່ພິທີເປີດ. ພາບ: qdnd.vn

ດ້ວຍຫົວຂໍ້ “ພື້ນຖານການສຶກສາຂອງຊາດ”, ງານບຸນຕົວໜັງສືລະດູບານໃໝ່ປີ 2026 ຕິດພັນກັບການສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງກວກຕື້ຢາມ, ໂຮງຮຽນແຫ່ງທໍາອິດຂອງຫວຽດນາມ. ງານບຸນຕົວໜັງສືເປັນຂີດໝາຍປ່ຽນແປງໃໝ່ຢ່າງຈະແຈ້ງໃນການຈັດຕັ້ງ ແລະເນື້ອໃນເຄື່ອນໄຫວ, ດ້ວຍການດັດແປງ, ປັບແປງຕົບແຕ່ງຮອບດ້ານທິວທັດ ໜອງ ວັນ, ສ້າງບັນຍາກາດທີ່ກົມກ່ຽວລະຫວ່າງປັດໄຈມູນເຊື້ອ ແລະຕິດໃຈທັນສະໄໝ.

ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທໍາວິທະຍາສາດ ວັນມ໊ຽວ-ກວກຕື້ຢາມ ກ່າວຄໍາເຫັນທີ່ພິທີເປີດງານບຸນຕົວໜັງສືລະດູບານໃໝ່ປີ ມະເມຍ 2026. ພາບ: qdnd.vn
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທໍາວິທະຍາສາດ ວັນມ໊ຽວ-ກວກຕື້ຢາມ ແບ່ງປັນວ່າ: "ສູນປ່ຽນແປງໃໝ່ເທື່ອລະກ້າວ, ຫັນການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ເພື່ອໃຫ້ວັນມ໊ຽວ-ກວກຕື້ຢາມ ກາຍເປັນສະຖານທີ່ມາທີ່ປອດໄພ, ດຶງດູດ, ຮັບໃຊ້ໃຫ້ປະຊາຊົນຊາວນະຄອນຫຼວງ ແລະແຂກທ່ອງທ່ຽວໃນຍາມບຸນປີໃໝ່ປະຈໍາຊາດ ຢ່າງລອບຄອບຖີ່ຖ້ວນ".

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ການເລືອກຕັ້ງຢູ່ເຂດພິເສດ ເຈື່ອງຊາ

ການເລືອກຕັ້ງຢູ່ເຂດພິເສດ ເຈື່ອງຊາ

ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງຢູ່ຈຸດປ່ອນບັດທີ 14, ເຂດພິເສດ ເຈື່ອງຊາ (ແຂວງ ແຄ໋ງຮວ່າ) ໄດ້ປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031.

Top