ເບິ່ງ ເຫວ້ ຈາກ ປ້ອມສັງເກດການ ເຖື້ອງແທ່ງ

ທ່ອງທ່ຽວ

ເບິ່ງ ເຫວ້ ຈາກ ປ້ອມສັງເກດການ ເຖື້ອງແທ່ງ

ປ້ອມສັງເກດການ ເຖື້ອງແທ່ງ ແມ່ນສະຖາປັດຕະຍະກໍາ ຢູ່ເທິງສຸດ ຂອງ ວົງກຳແພງປ້ອງກັນ ຊັ້ນນອກສຸດ ຂອງ ກຳແພງ ພະລາຊະວັງ ເຫວ້. ນີ້ແມ່ນສະຖານທີ່ສຳຄັນ, ສາມາດເບິ່ງໄດ້ໄກ, ເພາະສະນັ້ນ ໃນເມື່ອກ່ອນ ແມ່ນບ່ອນຕັ້ງກອງກຳລັງທະຫານ ປ້ອງກັນ, ເຝົ້າຍາມ ແລະ ປົກປ້ອງຮັກສາ ກຳແພງ ພະລາຊະວັງ ເຫວ້. ຈາກທ່ີນີ້, ນັກທ່ອງທ່ຽວ ສາມາດເຫັນໄດ້ມຸມມອງທີ່ສວຍງາມ ແລະ ແປກໃໝ່ຂອງ ກຳແພງ ພະລາຊະວັງ ແລະ ຖະໜົນຫົນທາງຂອງເມືອງ ເຫວ້. ແຕ່ໃດໆ ມາ, ເຂດນີ້ໄດ້ຖືກປິດ ນັບແຕ່ຫຼັງ ບຸນປີໃໝ່ ປີເຖາະ (ປີ 2023) ເປັນຕົ້ນມາ, ສູນອະນຸລັກຮັກສາ ຮ່ອງຮອຍກຸງເກົ່າ ເຫວ້ ໄດ້ເປີດປະຕູ ເພື່ອບໍລິການນັກທ່ອງທ່ຽວ, ສ້າງຈຸດຊົມທິວທັດແຫ່ງໃໝ່ທີ່ໜ້າສົນໃຈ.
ເຂດຖານເສົາທຸງ​ ຢູ່​ຕໍ່ໜ້າ​ສະໜາມ​ຫຼວງ​ ງໍ້ມົນ-​ເຫວ້, ນີ້​ແມ່ນ​ເຂດ​ສູງ​ສຸດ ​ແລະ ສຳຄັນ​ທີ່​ສຸດ ​ໃນ​ລະບົບ​ກຳ​ແພງ​ປ້ອງ​ກັນ​ຕົວ​ຂອງ ເມືອງຫຼວງ ​ເຫວ້. ພາບ: ກົງດາດ/VNP

ປ້ອມສັງເກດການ ເຖື້ອງແທ່ງ ແມ່ນສະຖາປັດຕະຍະກໍາ ຢູ່ເທິງສຸດ ຂອງ ວົງກຳແພງປ້ອງກັນ ຊັ້ນນອກສຸດ ຂອງ ກຳແພງ ພະລາຊະວັງ ເຫວ້. ນີ້ແມ່ນສະຖານທີ່ສຳຄັນ, ສາມາດເບິ່ງໄດ້ໄກ, ເພາະສະນັ້ນ ໃນເມື່ອກ່ອນ ແມ່ນບ່ອນຕັ້ງກອງກຳລັງທະຫານປ້ອງກັນ, ເຝົ້າຍາມ ແລະ ປົກປ້ອງຮັກສາ ກຳແພງ ພະລາຊະວັງ ເຫວ້. ຈາກທ່ີນີ້, ນັກທ່ອງທ່ຽວ ສາມາດເຫັນໄດ້ມຸມມອງທີ່ສວຍງາມ ແລະ ແປກໃໝ່ຂອງ ກຳແພງ ພະລາຊະວັງ ແລະ ຖະໜົນຫົນທາງຂອງເມືອງ ເຫວ້. ແຕ່ໃດໆ ມາ, ເຂດນີ້ໄດ້ຖືກປິດ ນັບແຕ່ຫຼັງ ບຸນປີໃໝ່ ປີເຖາະ (ປີ 2023) ເປັນຕົ້ນມາ, ສູນອະນຸລັກຮັກສາ ຮ່ອງຮອຍກຸງເກົ່າ ເຫວ້ ໄດ້ເປີດປະຕູ ເພື່ອບໍລິການນັກທ່ອງທ່ຽວ, ສ້າງຈຸດຊົມທິວທັດແຫ່ງໃໝ່ທີ່ໜ້າສົນໃຈ.

ການ​ເປີດ​ເຂດ​ທ່ອງ​ທ່ຽວ​ນີ້​ຄືນໃໝ່ອີກຄັ້ງໜຶ່ງ ໄດ້​ສ້າງ​ຄວາມ​ຮູ້​ສຶກ​ຫຼາຍ​ຢ່າງ ​ບໍ່​ພຽງ​ແຕ່​ສຳລັບ​ຜູ້ທ່ີມາແຕ່ທາງ​ໄກ​ເທົ່າ​ນັ້ນ, ແຕ່ຍັງ ສຳລັບຊາວ​ເມືອງ ​ເຫວ້ ອີກດ້ວຍ. ບາງ​ທີດ້ວຍເຫດນັ້ນ, ຢູ່​ໜ້າ​ ເຟ​ສ​ບຸກ ​ສ່ວນ​ຕົວ, ທ່ານ ​ເລ​ຂາຄະນະ ພັກນະຄອນ ເຫວ້ ຟານທຽນດິ້ງ ໄດ້​ມີການແບ່ງ​ປັນ ຄວາມ​ຮູ້​ສຶກຕ່າງໆ ວ່າ:

“​ເສັ້ນທາງ​ຍ່າງ​ເທິງ​ກຳ​ແພງ​, ຈາກ​ແອວເບົ່ານາມເຊືອງ (​ພາຍໃນ​ປະຕູ​ ເຖເຍິນ ຫຼື ປະຕູ ງັນ) ​ໄປຫາ ແອວເບົ່ານາມ ຖັງ (ພາຍໃນ ປະຕູ ກວາງດຶກ ຫຼື ປະຕູ ເຊີບ), ​ຜ່ານ ເສົາທຸງ ຟູວັນເລົາ ໄດ້​ຮັບ​ການ​ເຊື່ອມ​ຕໍ່ ​​ໃຫ້​ປະ​ຊາ​ຊົນ ​ແລະ ​ນັກ​ທ່ອງ​ທ່ຽວໄດ້​ຜ່ານ. ບາງທີ ຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ, ມີຄົນ ຈໍານວນບໍ່ໜ້ອຍ, ລວມ ທັງຜູ້ທີ່ເກີດ ແລະ ໃຫຍ່ ຫຼື ອາໄສຢູ່ ເມືອງ ເຫວ້ ມາເປັນເວລາ ດົນນານ ໄດ້ມີໂອກາດ ມາຍັງເຂດນີ້. ການໄດ້ສໍາຜັດກັບ ກຳ ແພງເມືອງ ທີ່ຍັງໃຫ້ເຫັນຈາກຮ່ອງຮອຍລະເບີດ, ລູກປືນ, ຊົມ ເບິ່ງປືນໃຫຍ່ ສະໄໝເກົ່າ ທີ່ຖືກປົກຄຸມດ້ວຍຂີດໝາຍແຫ່ງ ວັນ ເວລາ, ສໍາຜັດກັບສາຍລົມພັດຄ່ອຍໆ, ຊົມເມກເຝື້ອ ເລື່ອນ ລອຍຜ່ານຍອດເສົາທຸງ ແລະ ທິວທັດທີ່ສະຫງົບສຸກ ຂອງເມືອງ, ເຮົາ ຈະມີຄວາມຮູ້ສຶກແປກໆ ຂ້າງໃນ. ເຫວ້ ນຳມາຮູບພາບ ແລະ ອາລົມໃໝ່ໆ ຢູ່ສະເໝີ, ບໍ່ວ່າຈະມີຄວາມຕິດພັນ ແລະ ພະ ຍາຍາມຊອກຮູ້ຫຼາຍປານໃດ, ເຮົາກໍບໍ່ສາມາດ ຢຸດຄວາມແປກ ໃໝ່ ໃນໃຈໄດ້...”.

ລະບົບກຳແພງປ້ອງກັນເມືອງຫຼວງ ເຫວ້ ມີລວງຮອບປະມານ 10 ກມ, ກຳແພງສູງເກືອບ 7 ມ, ດ້ານໜ້າ ປ້ອມ ເຖື້ອງແທ່ງ ກວ້າງກວ່າ 20 ມ, ດ້ານນອກມີຂຸມຄອງນ້ຳ ເປັນຊັ້ນປ້ອງກັນ ຢູ່ນອກສຸດ. ພາບ: ກົງດາດ/VNP
ປະຕູໂຂງ​ ງໍ້ມົນ ເບິ່ງຈາກ ປ້ອມເຖື້ອງແທ່ງ ເຂດຖານເສົາທຸງ. ພາບ: ແທງຮ່ວາ/VNP
ຫໍຄອຍ ແລະ ທາງ​ຂຶ້ນ-​ລົງ​ ຫໍຄອຍ ຂອງ ປະຕູ​ ກວາງດຶກ ຢູ່ຕໍ່ ໜ້າປະຕູໂຂງ ງໍ້ມົນ-​ເຫວ້, ນີ້​ແມ່ນ​ຈຸດ​ສູງ​ຢູ່​ເຂດ ປ້ອມເຖື້ອງ ແທ່ງ, ​ເພື່ອ​ສັງ​ເກດການ ແລະເຝົ້າ​ຍາມ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ມາ​ຢ້ຽມ​ຢາມ ​ແລະ ສໍາຫຼວດ ປ້ອມ ເຖື້ອງແທ່ງ ເຫວ້. ພາບ: ແທງຮ່ວາ/VNP
ລະບົບປືນໃຫຍ່ ສຳລັບປ້ອງກັນ ຕັ້ງຢູ່ ປ້ອມ ເຖື້ອງແທ່ງ ເຫວ້. ພາບ: ແທງຮ່ວາ/VNP
ເສັ້ນທາງນ້ອຍໆ ຂຶ້ນໄປຫາຫໍຄອຍ ຢູ່ຊັ້ນເທິງສຸດ ຂອງ ຫໍຄອຍ ປະຕູ ກວາງດຶກ. ພາບ: ແທງຮ່ວາ/VNP
ຮ່ອງຮອຍ ຂອງ ປືນໃຫຍ່, ສາງອາວຸດ ຂອງ ທະຫານ ແລະ ຮອຍລູກປືນ ທີ່ຍັງຄົງຫຼົງເຫຼືອໄວ້ຢູ່ຕາມກຳແພງເມືອງ. ພາບ: ແທງຮ່ວາ/VNP

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ຊົມ​ທັດ​ສະ​ນີ​ຍະ​ພາບ ​ຂອງ​ ເມືອງ​ເຫວ້ ຈາກ​ບໍລິເວນປ້ອມດ້ານ​ເທິງ. ພາບ: ແທງຮ່ວາ/VNP

 

ບົດ: ແທງຮ່ວາ - ພາບ: ແທງຮ່ວາ, ກົງດາດ/VNP - ແປໂດຍ: ບິກລຽນ

 

ສຳຫຼວດອ່າວ ລານຮ້າ

ສຳຫຼວດອ່າວ ລານຮ້າ

ຕັ້ງຢູ່ໃນ ເຂດມໍລະດົກ ທຳມະຊາດໂລກ ອ່າວ ຮ້າລອງ-ໝູ່ເກາະ ກາດບ່າ, ອ່າວ ລານຮ້າ ໄດ້ຮັບຂະໜານນາມວ່າ “ອັນຍະມະນີ” ຂອງການທ່ອງທ່ຽວເກາະທະເລ ຫວຽດນາມ. ສະຖານທີ່ແຫ່ງນີ້ ມີຄວາມສວຍງາມ ແບບທຳມະຊາດ ແລະ ສະຫງົບສຸກ ດ້ວຍເກາະໃຫຍ່-ນ້ອຍຫຼາຍຮ້ອຍເກາະ ພ້ອມກັບ ລະບົບນິເວດທີ່ອຸດົມສົມບູນ ແລະ ຫຼາກຫຼາຍ ຊຶ່ງດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ທີ່ມາຄົ້ນພົບ ແລະ ຜ່ານປະສົບການຕົວຈິງ.

Top