• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເທດສະບານເມືອງ ເມດິເຕີເຣນຽນ ຢູ່ເກາະ ໄຂ່ມຸກ

ຢູ່ທາງທິດໃຕ້ ຂອງ ເກາະ ຫງອກ (ເກາະ ໄຂ່ມຸກ) ຝູ໋ກວັກ (ແຂວງ ກຽນ ຢາງ), ບ່ອນທີ່ທະເລ ແລະ ທ້ອງຟ້າຕັດກັນ, ທິວທັດມີຄວາມ ປະສານ ກົມກຽວ ມີເທດສະບານເມືອງ ເມດິເຕີເຣນຽນ ເປັນສະບັບ ຫວຽດ ຊຶ່ງ ໄດ້ຮັບການກໍ່ສ້າງ ໂດຍກຸ່ມບໍລິສັດ Sun Group ໃນຕະຫຼອດຊ່ວງເວ ລາ ກວ່າເຄິ່ງທົດສະວັດ ຜ່ານມາ ດ້ວຍ "ຮູບລັກສະນະ ທີ່ສວຍງາມ".
ຄວາມລະອຽດອ່ອນ, ແຕກຕ່າງ ແລະ ມີແບບແຜນ ໃນຍຸດທະສາດ ການ ພັດທະນາ ຂອງ ກຸ່ມບໍລິສັດ Sun Group ໄດ້ເຮັດໃຫ້ ເຂດຊາຍຝັ່ງ ທະ ເລ ທາງທິດຕາເວັນຕົກສ່ຽງໃຕ້ ເກາະ ຫງອກ ໄດ້ມີການປ່ຽນແປງຢ່າງ ເຫັນໄດ້ຊັດ, ກາຍເປັນເທດສະບານເມືອງ ເມດິເຕີເຣນຽນ ຢ່າງແທ້ຈິງ ເຖິງແມ່ນວ່າ ຕັ້ງຢູ່ ໄກຈາກ ພາກໃຕ້ຂອງປະເທດ ອີຕາລີ ອີກພາກໜຶ່ງ ຂອງ ໂລກ.

ໃນພື້ນທີ່ເກືອບ 40 ເຮັກຕາ, ນັກລົງທຶນໄດ້ອອກແບບເກືອບ 100 ໂຄງ ການ ສາທານູປະໂພກ ແລະ ບໍລິການ ຂະໜາດໃຫຍ່-ນ້ອຍ, ລວມທັງ 2 ໂຄງການຄື: Sun Premier Village Primavera ແລະ Sun Grand City Hillside Residence, ຊຶ່ງປະສົມປະສານເຂົ້າກັນ ເພື່ອສ້າງເປັນພາບ ທີ່ ສົມບູນແບບ. ຢູ່ທີ່ນີ້ ມີກິດຈະການ ບໍລິການ ຫຼາຍແຫ່ງເຊັ່ນ: F&B, ໂຮງ ແຮມ Hilton, ຮ້ານບາ ຍາມຄໍ່າຄືນ Teatro… ຊຶ່ງໄດ້ ຮັບການດຳເນີນ ງານ ໂດຍກຸ່ມບໍລິສັດ ທີ່ມີຊື່ສຽງ ດໍາເນີນການ.

ຖ້າຫາກ Sun Premier Primavera ມີຮູບຮ່າງ ທ່ີຊັດເຈນ, ມີສີສັນ ຂອງ ທະເລ, ມີຕຶກແຖວ ບູຮານ ທີ່ເກົ່າແກ່ ຕັ້ງລຽບຕາມຊາຍຝັ່ງທະເລ ທີ່ສວຍ ງາມ ຍາມອັດສະດົງລົງແລງ, ສ່ວນ Sun Grand City Hillside Residence ກໍາລັງຖືກສ້າງຂຶ້ນ ໃຫ້ກາຍເປັນ ອາພາດເມັນ ຫຼາຍຊັ້ນ ປະ ສົມກັບຮ້ານຄ້າ ທີ່ທັນສະໄໝ, ຕອບສະໜອງຄວາມຕ້ອງການ ການດຳ ລົງຊີວິດ ທີ່ສົມບູນແບບ, ເປັນບ່ອນພັກຜ່ອນ ແລະ ດຳເນີນທຸລະກິດ ທີ່ ມີຊີວິດຊີວາ ຢູ່ເທິງໂນນພູສູງ ຊຶ່ງກວມເອົາພາບພົດ ເທດສະບານເມືອງ ເມດິເຕີເຣນຽນ ທັງໝົດ.

ບັນດາສີສັນທີ່ເພີດເພີນໃຈ ທີ່ "ເທດສະບານເມືອງ ເມດິເຕີເຣນຽນ". ພາບ: ໂດຍ SUN GROUP ເປັນຜູ້ສະໜອງໃຫ້

ຍ່ານບັນຍາກາດທີ່ຂຽວເຢັນ ກັບເບື້ອງໜຶ່ງແມ່ນຫາດຊາຍທະເລ, ເບື້ອງໜຶ່ງແມ່ນເຂດປ່າຂອງ "ເທດສະບານເມືອງ ເມດິເຕີເຣນຽນ". ພາບ: ໂດຍ SUN GROUP ເປັນຜູ້ສະໜອງໃຫ້


ພາບລວມຂອງກິດຈະກຳ "ເທດສະບານເມືອງ ເມດິເຕີເຣນຽນ" ຢູ່ແຄມຝັ່ງ ເກາະ ຫງອກ (ເກາະໄຂ່ມຸກ) ຝູ໋ກວັກ. ພາບ: ຫງວຽນລວນ/VNP


ຄວາມງາມຂອງ “ເທດສະບານເມືອງ ເມດິເຕີເຣຮຽນ” ເບິ່ງຈາກ ກະເຊົ້າລອຍຟ້າ ຝູ໋ກວັກ-ຮ່ອນເທີມ. ພາບ: ເລມິງ/VNP


ຫໍໂມງ Central Village ຢູ່ໃນໃຈກາງ ຂອງໂຄງການ "ເທດ ສະບານເມືອງ ເມດິເຕີເຣນຽນ", ສູງ 75 ແມັດ, ໄດ້ຮັບແຮງບັນດານໃຈ ຈາກ ຫໍລະຄັງ ທີ່ເປັນສັນຍາລັກຂອງ St. Mark's Campanile ໃນປະເທດ ອີຕາລີ. ພາບ: ໂດຍ SUN GROUP ເປັນຜູ້ສະໜອງໃຫ້


ບັນດາ shophouse ທີ່ມີສີສັນສົດໃສ ຢູ່ "ເທດສະບານເມືອງ ເມດິເຕີເຣນຽນ" ໄດ້ຮັບການອອກແບບຕາມຫຼາຍລະດັບຄວາມສູງ, ຫຼັງອີງໃສ່ພູ, ໜ້າມຸ່ງສູ່ທະເລ ທີ່ Sun Premier Village Primera
ໄດ້ກາຍເປັນສະຖານທີ່ຈັດກິດຈະກຳຕ່າງໆເຊັ່ນ: ງານຄອນເສີດ ຕ້ອນຮັບປີໃໝ່ Countdown 2021 ພາກໃຕ້ ຝູ໋ກວັກ,
ຄືນງານບັ້ງໄຟດອກສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່... ພາບ: ເລມິງ/VNP


ຍ່ານບັນຍາກາດທີ່ເຕັມໄປດ້ວຍສີສັນ ເອີຣົບ ຢູ່ເຂດຕົວເມືອງ Sun Grand City New ອານເຖີ໋ຍ. ເພາບ: ເຕິດເຊີນVNP


ບັນດາສີສັນທີ່ເພີດເພີນໃຈ ທີ່ "ເທດສະບານເມືອງ ເມດິເຕີເຣນຽນ". ພາບ: ໂດຍ SUN GROUP ເປັນຜູ້ສະໜອງໃຫ້


ໃນ "ເທດສະບານເມືອງ ເມດິເຕີເຣນຽນ", ມີກຳແພງ ໄດ້ຮັບການຕົກແຕ່ງ ເໝືອນດັ່ງ ຜົນງານສິລະປະ. ພາບ: ແທງຮ່ວາ/VNP
ເມື່ອມາຍັງທີ່ນີ້, ນັກທ່ອງທ່ຽວ ແຕ່ລະຄົນຕ່າງກໍມີຄວາມຮູ້ສຶກ ຢ່າງເຫັນ ໄດ້ຊັດ ຮູບແບບ ຂອງ ເມດິເຕີເຣນຽນ ຖືກແຜ່ກະຈາຍ ໄປທົ່ວເທດສະ ບານເມືອງ, ແຕ່ສີດິນເຜົາ terra ທີ່ອົບອຸ່ນ ເຕັມໄປດ້ວຍສີສັນ ອີຕາລີ, ທະເລ ສີຟ້າ ຈາກຄື້ນຟອງທະເລ ເມດິເຕີເລນຽນ ຈົນເຖິງ ແສງແດດ ສີ ເຫຼືອງອ່ອນໆ ທີ່ເຮັດໃຫ້ນຶກເຖິງ ແສງຕາເວັນ ຢູ່ຕາມທ້ອງຖະໜົນ ຂອງ ເອີຣົບຕອນໃຕ້... ທັງໝົດໄດ້ຮັບການອອກແບບ ຈັດວາງຢ່າງລະອຽດ ອ່ອນໂຍນ, ນຳມາ ຄວາມຮູ້ສຶກສະບາຍໃຈ ແລະ ໃກ້ຊິດ ກັບທຳມະຊາດ ເຊິ່ງເປັນ ຈິດວິນຍານ ຂອງ ສະຖາປັດຕະຍະກຳ ເມດິເຕີເຣນຽນ.

ຢູ່ຈຸດໃຈກາງ ຂອງ ເທດສະບານ ເມດິເຕີເຣນຽນ ນີ້, ທີ່ປຶກສາດ້ານສະ ຖາປັດຕະຍະກໍາ (Codinachs Architects, ແອັດສະປາຍ) ແລະ ທີ່ປຶກ ສາດ້ານພູມສັນຖານ (EGO, ອີຕາລີ) ຈະຖ່າຍທອດແຮງບັນດານໃຈ ຈາກທະເລ ເມດິເຕີເລນຽນ ເຂົ້າໄປ ໃນແຕ່ລະສິ່ງອໍານວຍ ຄວາມສະ ດວກພາຍໃນ, ຈາກເຂດຈະຕຸລັດ ສິລະປະ, ສວນຫ້ອຍ ໄປຈົນເຖິງ ຮູບ ປັ້ນປະຕິມາກໍາ, ນໍ້າພຸ ຫຼື ພື້ນທີ່ສວນສະໜຸກ ສຳລັບເດັກນ້ອຍ. ປະຊາ ຊົນ ແລະ ນັກທ່ອງທ່ຽວ ຈະໄດ້ພົບກັບ ສະຖານທີ່ຕ່າງໆ ທີ່ຖືກ ອອກ ແບບ ຕາມແບບ ເມດິເຕີເຣນຽນ ມີຄວາມສວຍງາມທີ່ແສນໂດດເດັ່ນ, ເຕັມໄປດ້ວຍພະລັງຊີວິດ ແລະ ເບິ່ງແຕ່ໄກ ເໝືອນດັ່ງຮູບແຕ້ມນາໆ ສີ; ແຖວຮ້ານຄ້າ, ເຮືອນໃນເມືອງ ຫຼື ອາພາດເມັນ ທ່ີຫັນໜ້າສູ່ທະເລ ແມ່ນ ເຕັມໄປດ້ວຍ ບຸກຄະລິກ ທ່ີໜ້າປະທັບໃຈ, ແຕ່ມີຄວາມປະສົມກົມກຽວ ໃນສ່ວນທຸກ ລາຍລະອຽດ ແລະ ສ່ວນປີກຍ່ອຍ. ນັກສະຖາປະນິກ Marcia Codinachs ຜູ້ຖືກຂະໜານນາມວ່າ ເປັນ "Mozart ຂອງ ສະຖາ ປັດຕະຍະກຳ ເມດິເຕີເຣນຽນ” ໃຫ້ຮູ້ວ່າ “ເມດິເຕີເຣນຽນ, ສະຖາປັດຕະ ຍະກຳ ຢູ່ທີ່ນີ້ ໄດ້ຍົກລະດັບເປັນສິລະປະແລ້ວ" .

ຢູ່ແຫ່ງນັ້ນ, ນັບແຕ່ສີເຫຼືອງອ່ອນ ຂອງ ແສງແດດ, ກິ່ນອາຍ ຂອງ ທະເລ ໄປຈົນເຖິງແຖວຮ້ານຂາຍເຄື່ອງທີ່ໜ້າຮັກ, ແຕ່ລະຮູບພາບຂະໜາດນ້ອຍ ທີ່ໄດ້ຮັບການອອກແບບຢ່າງພິຖີພິຖັນ ຫຼື ເສັ້ນທາງນ້ອຍ ທີ່ພານັກທ່ອງ ທ່ຽວ ໄປຫາເຂດຈະຕຸລັດ ຕ່າງກໍມີຈິດວິນຍານ ຂອງ ທະເລ ເມດິເຕີເຣ ນຽນ. ເທດສະບານເມືອງ ທັງໝົດ ປຽບເໝືອນ ພາບແຕ້ມທີ່ປະສົມກົມ ກຽວ, ເມື່ອແຮງ ບັນດານໃຈ ຈາກ ເມດິເຕີເຣນຽນ ແຜ່ລາມເຂົ້າໄປໃນ ແຕ່ລະ ສະຖາປັດຕະຍະກຳ ເຮືອນຢູ່, ສະຖາປັດຕະຍະກຳ ທັດສະນີຍະ ພາບ ແລະ ສ້າງໃຫ້ມີຊີວິດຊີວາ, ນັ້ນກໍຍ້ອນມີຄວາມຄ້າຍຄືກັນ ທາງ ດ້ານພູມສາດ, ລັກສະນະທີ່ດິນ, ສະພາບອາກາດ ກັບທີ່ດິນທາງທິດຕາ ເວັນຕົກສ່ຽງໃຕ້ ຂອງ ເກາະ ຫງອກ.

ບົດ: ເຕິດເຊີນ
ພາບ: ແທງຮ່ວາ, ເຕິດເຊີນ, ເລມິງ, ຫງວຽນລວນ ແລະ ໂດຍ SUN GROUP ສະໜອງໃຫ້
ແປໂດຍ: ບິກລຽນ
 

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top