• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ເດິດເຟືອງນາມ

ຫ່າງຈານນະຄອນ ໂຮ່ຈີມິນ ປະມານ 60 ກິໂລແມັດ, ແລ່ນລົດ ຈັກໃຊ້ເວລາປະມານ 2 ຊົ່ວໂມງ, ຟາມ Dat Phuong Nam (ເຂດດິນທາງຕອນໃຕ້) ຕັ້ງຢູ່ນະຄອນ ເຕິນອານ, ແຂວງ ລອງ ອານ ກຳລັງເປັນບ່ອນເລືອກອັນດັບໜຶ່ງ ສຳລັບຜູ້ທີ່ມີຄວາມ ຫວັງຢາກອອກຈາກນະຄອນ ທີ່ແອອັດ ແລະ ໝອກຄວັນ ເພື່ອ ໄດ້ສຳຜັດ ກັບແບບວິຖີຊີວິດ ໃກ້ຊິດກັບທຳມະຊາດ ຂອງ ເຂດ ຊົນນະບົດ ນາມໂບ້ (ພາກໃຕ້ ຫວຽດນາມ).
ຟາມ Dat Phuong Nam Organic Farm ເປັນຄວາມຮ່ວມມື ຂອງຊາວ ໜຸ່ມສາມຄົນ ທີ່ມາຈາກພາກຕາເວັນຕົກ ພາກໃຕ້ ຄື ນາງ ຫງວຽນຫງອກອ໋ຽນ, ທ້າວ ຫງວຽນດັງຄວາ ແລະ ທ້າວ    ຫງວຽນດຶກມິງ ທີ່ໄດ້ພ້ອມກັນ “ໜີຈາກ ຕົວເມືອງກັບຄືນສູ່ຊົນ ນະບົດ” ຍ້ອນມີ ຄວາມມັກກັບການໃຊ້ຊີວິດຢູ່ຊົນນະບົດ ແລະ ສ້າງຟາມນີ້ຂຶ້ນ ໃນຊ່ວງເວລາ ປະມານໜຶ່ງປີມານີ້.

ຈາກທົ່ງນາ ມີເນື້ອທີ່ 5000m2, ທັງສາມຄົນ ໄດ້ປັບປຸງ ພ້ອມ ກັບແນວຄວາມຄິດ, ການອອກແບບ ໂດຍອີງໃສ່ຄວາມນິຍົມ ແລະ ການເຫັນພ້ອມນຳກັນ. ເຂົາເຈົ້າ ໄດ້ປຸກເຮືອນໄມ້ ຫຼັງໜຶ່ງ, ນຳເຄື່ອງເກົ່າ ມາຕົບແຕ່ງ ພາຍໃນ ໃຫ້ມີຄວາມເກົ່າແກ່ຍິ່ງຂຶ້ນ, ຂຸດໜອງປູກ ດອກບົວ ລ້ຽງປາ, ໃຊ້ດິນຕອນໜຶ່ງ ເພື່ອລ້ຽງໄກ່, ລ້ຽງໝາ, ປູກຜັກອິນຊີ, ຮ້ານຂາຍ ກາເຟ ແລະ ອີກພື້ນທີ່ໜຶ່ງ ເພື່ອເປັນເວທີແລກປ່ຽນສິລະປະ ວັດທະນະທຳ.


ແຂກທ່ີມາຢ້ຽມຢາມ “ເຂດຊົນນະບົດທາງຕອນໃຕ້” ມັກສັ່ງນໍ້າ ຈອກໜຶ່ງ ຄ່ອຍໆ ດື່ມ, ຄ່ອຍສູບເອົາອາກາດທີ່ສົດໃສ ຂອງ ເຂດ ຊົນນະບົດ, ທັງຊົມດອກບົວ ທ່ີກຳລັງບານ, ປາ ກຳລັງລອຍ ຢູ່ໃນ ໜອງ. ຖ້າມັກດື່ມນໍ້າຊາ ກໍມີເຕົ້າຊາເອືອບດອກບົວ ໂດຍ ເຈົ້າ ຂອງ ຟາມ ເປັນຜູ້ເຮັດຢ່າງພິຖີພິຖັນ ແນ່ນອນຈະບໍ່ເຮັດ ໃຫ້ນັກ ທ່ອງທ່ຽວ ຜິດຫວັງ. 


ຟາມ ມີເນື້ອທີ່ 5000m2, ຕັ້ງຢູ່ບ້ານ 5 ນະຄອນ ເຕິນອານ, ແຂວງ ລອງອານ ກຳລັງເປັນຈຸດນັດໝາຍ ທີ່ດຶງດູດໃຈ ສຳລັບ ນັກທ່ອງທ່ຽວ ທັງຢູ່ໃກ້ ແລະ ຢູ່ໄກ. 


ບັນຍາກາດທີ່ງຽບສະຫງົບ ແລະ ໃກ້ຊິດກັບທຳມະຊາດ ຢູ່ຟາມ  ເໝືອນດັ່ງຢູ່ເຂດຊົນນະບົດ. 


ນັກທ່ອງທ່ຽວມາຢ້ຽມຢາມຟາມ ເດິດເຟືອງນາມ. 


ເຮືອນໃນຟາມ ໄດ້ຕົບແຕ່ງ ຕາມຮູບແບບ ຕາມຮູບແບບເຮືອນ ເກົ່າແກ່ ຢູ່ ນາມໂບ້. 


ບັນຍາກາດທີ່ສະຫງົບສຸກ, ມີດອກໄມ້ໃບຫຍ້າ ຢູ່ຟາມ ໄດ້ສ້າງ ເປັນເຂດຊົນນະບົດ ທີ່ລຽບງ່າຍ ເຕັມດ້ວຍຄຸນ ລັກສະນະ ຂອງ ພາກຕາເວັນຕົກ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼາຍ. 


ພະນັກງານໃນຟາມ ນຸ່ງເສື້ອ “ບ່າບາ” (ເສື້ອທີ່ ຊາວທາງພາກໃຕ້ ຫວຽດນາມ ມັກນຸ່ງ), ໃສ່ກຸບ ຕາມແບບ ຂອງປະຊາຊົນ ທາງ ທິດຕາເວັນຕົກພາກໃຕ້. 


ນັກທ່ອງທ່ຽວມາຢ້ຽມຢາມຟາມ ແລະ ດື່ມນຳ້ ທ່າມກາງ ບັນຍາ ກາດ ຂອງເຂດຊົນນະບົດ ທີ່ສະຫງົບສຸກ.


ມີຜັກອິນຊີ ຫຼາຍປະເພດ ໄດ້ຮັບການປູກຢູ່ໃນຟາມເຊ່ັນ: ຜັກກະ ຫຼໍ່າປີແດງ, ຜັກສະຫຼັດ, ໝາກບວບຫອມຍາວ, ໝາກຖົ່ວ, ໝາກ ເຂືອຂາວ...


ນັກທ່ອງທ່ຽວມີໂອກາດໄດ້ຮັບປະທານຄາບເຂົ້າທີ່ເຕັມໄປດ້ວຍ ຄຸນລັກສະນະ ຂອງຊາວຕາເວັນຕົກພາກໃຕ້ ຢູ່ພາຍໃນຟາມ. 


ໜອງບົວ ໃນຟາມ ມີຄວາມສວຍງາມ, ທັງເປັນແຮງບັນດານໃຈ ສຳລັບນັກທ່ອງທ່ຽວ ເພື່ອການທ່ຽວຊົມ, ຖ່າຍຮູບ ແລະ ດື່ມນໍ້າ ຊາ ເອືອບດອກບົວຢູ່ທີ່ນີ້. 


ຂັ້ນຕອນຊາເອືອບດອກບົວ ເພື່ອບໍລິການນັກທ່ອງທ່ຽວ. 


ມາຍັງຟາມ ນັກທ່ອງທ່ຽວຈະໄດ້ດື່ມນໍ້າຊາດອກ ບົວ ທ່າມກາງ ບັນຍາກາດທີ່ງຽບສະຫງົບຂອງ ເຂດຊົນນະບົດ. 


ລາຍການແລກປ່ຽນສິລະປະ “ເດີ່ນກາຕ່າຍຕື໊”, ດົນຕີ acoustic ທີ່ຟາມ. 


ປັດຈຸບັນ, ຟາມ ກຳລັງເປັນສະຖານທີ່ດຶງດູດ ຜູ້ຄົນ ທ່ີມາຈາກ ຕ່າງແດນ ມາຈິບກາເຟ, ຢ້ຽມຢາມ, ຊື້ຜັກປອດສານພິດ ແລະ ຜ່ານປະສົບການຕົວຈິງ ກັບການດໍາລົງຊີວິດຢູ່ໃນຟາມ. 

ນັກທ່ອງທ່ຽວສາມາດຢ້ຽມຢາມຟາມ, ເຮືອນບູຮານເກົ່າແກ່ ທ່ີ ເຢັນດີ ກັບບັນດາເຄື່ອງໃຊ້ໄມ້ສອຍທີ່ເກົ່າແກ່  ເພື່ອໃຫ້ຜູ້ຊົມ ໄດ້ ຫວນຄືນ ເຖິງສະໄໝຕອນເຍົາໄວ. ຍ່າງຫຼິ້ນຢູ່ສວນຜັກ, ເກັບ ຜັກປອດສານພິດຊະນິດຕ່າງໆ ຢູ່ສວນດ້ວຍ ຕົນເອງເຊ່ັນ: ໝາກ ບວບ, ຜັກສະຫຼັດ, ຜັກກາດ, ໝາກຖົ່ວ ແລ້ວນໍາມາ ປຸງແຕ່ງເປັນ ບັນດາລາຍການ ອາຫານທີ່ແຊບຊ້ອຍ. ໃນຕອນທ່ຽງ, ນັກທ່ອງ ທ່ຽວຈະໄດ້ຮັບປະທານ ບັນດາລາຍການອາຫານ ສະເພາະ ຂອງ ເຂດຊົນນະບົດ ໂດຍເຈົ້າຂອງຟາມ ເປັນຜູ້ປຸງແຕ່ງ ມາຈາກ ວັດ ຖຸດິບ ມີຢູ່ທີ່ນີ້ ເຊັ່ນ: ປາ, ໄກ່ ແລະ ຜັກ.

ໃນຕອນຄໍ່າ, ນະແຫ່ງນີ້ ຈະກາຍແມ່ນ “ເວທີສະແດງເຄື່ອນທີ່” ຂອງ ການພົບປະແລກປ່ຽນ ດົນຕີ accoustic, ຂັບລຳ “ເດີ່ນກາ ຕ່າຍຕື໋” (ມໍລະດົກວັດທະນະທຳ ພາກໃຕ້) ໂດຍບັນດາຜູ້ບໍລິ ຫານ ຂອງ ຟາມ ເປັນຜູ້ສະແດງ ພ້ອມກັບນັກທ່ອງທ່ຽວ.

ຖ້າເປັນຄະນະນັກຮຽນມາຢ້ຽມຢາມ, ທັດສະນະສຶກສາ, ຟາມ ຈະເປັນສະຖານທີ່ສະຫງວນ ໃຫ້ນັກຮຽນ ໄດ້ສຳຜັດຕົວຈິງໃນ ການເປັນຊາວກະສິກອນ, ລົງທົ່ງນາປູກຜັກ, ເກັບຜັກ ແລະ     ໝາກໄມ້ ຢູ່ໃນສວນ, ບົວລະບັດສັດ, ຢ້ຽມຊົມຕົວແບບປູກຜັກ... ຈະເປັນ ອະນຸສອນ ທີ່ໜ້າຈົດຈຳ.

ຫຼັງຈາກຜ່ານປະສົບການຕົວຈິງ ກັບຟາມ ເປັນເວລາໜຶ່ງມື້ ທ່ານ ຫງວຽນເຈິ່ນກວັກດິ້ງ ໄດ້ໄຂຄວາມໃນໃຈອອກມາວ່າ “ນະແຫ່ງນີ້ ເຮັດໃຫ້ຂ້າພະເຈົ້າ ມີຄວາມຮູ້ສຶກໄດ້ຫວນຄືນເຖິງສະໄໝ ເຍົາ ໄວ ຂອງຕົນ”.

ທ່ານນາງ ຫງວຽນຫງອກອ໋ຽນ, ຜູ້ຮ່ວມກໍ່ຕັ້ງຟາມ ເດິດເຟືອງນາມ Organic Farm ໃຫ້ຮູ້ວ່າ ໃນຕໍ່ໜ້າອັນໃກ້ນີ້ ຈະສ້າງເຮືອນ ຕື່ມ ອີກຈຳນວນໜຶ່ງ ເພື່ອບໍລິການ ຄວາມຕ້ອງການພັກແຮມຄືນ ສໍາ ລັບນັກທ່ອງທ່ຽວ ເມື່ອມາຍັງຟາມ, ໃຫ້ເຂົາເຈົ້າມີເວລາຕື່ມອີກ ໃນການຢ້ຽມຊົມ ແລະ ຜ່ານປະສົບການຕົວຈິງ ຢູ່ທີ່ນີ້, ເຊິ່ງເຂັ້ມ ຂຸ້ນໄປດ້ວຍຄຸນລັກສະນະ ຂອງແຖບດິນຕອນໃຕ້.

 
ບົດ: ເຊີນຫງ້ຽຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ

ບິນເທິງ ຈອມ Pu Ta Leng

ບິນເທິງ ຈອມ Pu Ta Leng

ການແຂ່ງຂັນ ພາລາມໍເຕີ ທາງໄກ Pu Ta Leng ຫວຽດນາມ ເປີດກວ້າງ ຄັ້ງທີ II ໄດ້ເຕົ້າໂຮມ ນັກບິນມືອາຊີບເກືອບ 100 ຄົນ ທີ່ມາຈາກ 15 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນ ກິດຈະ ກຳ ຄົ້ນພົບ Pu Ta Leng ແລະ ທ້ອງຟ້າ ຜ່ານປະເພດ ກິລາສ່ຽງໄພ ແລະ ໜ້າອັດສະຈັນ ທີ່ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ. 

Top