ປີ 2024, ເຊີນລາ ໄດ້ຮັບແຂກທ່ອງທ່ຽວເກືອບ 5 ລ້ານເທື່ອຄົນ, ລາຍຮັບດ້ານການທ່ອງທ່ຽວບັນລຸ 5.800 ຕື້ດົ່ງ (228,35 ລ້ານ USD).
ກອງປະຊຸມພົບປະ, ເຊີດຊູ, ຍ້ອງຍໍສັນລະເສີນບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນດີເດັ່ນໃນຂົງເຂດທ່ອງທ່ຽວ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທ່ອງທ່ຽວ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 08 ກໍລະກົດ, ຢູ່ ເຊີນລາ. ປີ 2024, ເຊີນລາ ໄດ້ຮັບແຂກທ່ອງທ່ຽວເກືອບ 5 ລ້ານເທື່ອຄົນ, ລາຍຮັບດ້ານການທ່ອງທ່ຽວບັນລຸ 5.800 ຕື້ດົ່ງ (228,35 ລ້ານ USD). ທ່ານນາງ ຈາງທິຊວັນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ເຊີນລາ, ສະເໜີໃຫ້ສ່ວນບຸກຄົນ, ໝູ່ຄະນະສືບຕໍ່ພັດທະນາການທ່ອງທ່ຽວຕາມທິດມີຈຸດສຸມ.
“ຂ້າພະເຈົ້າສະເໜີໃຫ້ບັນດາພະແນກ, ຂະແໜງການ, ຫົວໜ່ວຍ, ວິສາຫະກິດ, ສະຫະກອນ, ສ່ວນບຸກຄົນດຳເນີນທຸລະກິດການບໍລິການທ່ອງທ່ຽວ ຕັ້ງໜ້າຜັນຂະຫຍາຍຂໍ້ສະຫຼຸບເລກທີ 94 ຂອງຄະນະບໍລິຫານງານອົງຄະນະພັກແຂວງກ່ຽວກັບການພັດທະນາການທ່ອງທ່ຽວແຂວງ ເຊີນລາ ຮອດປີ 2025, ວິໄສທັດຮອດປີ 2030; ຢືນຢັນວ່າ ທ່ອງທ່ຽວແມ່ນຂະແໜງເສດຖະກິດສຳຄັນ, ກ້າວໄປເຖິງກາຍເປັນຂະແໜງເສດຖະກິດປາຍແຫຼມ.”
(ແຫຼ່ງຄັດຈາກ VOV)